ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ

- 481894884 1205678901567924 1431944089373862936 n - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
- kitchen vibe - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ

ປກສ ແຂວງຫຼວງນໍ້າທາ ລາຍງານ  ວັນທີ 28 ກຸມພາ 2025 ນີ້ວ່າ: ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີທໍາລາຍອໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ ຫຼື ດັດແປງສະພາບເຕັກນິກ ທີ່ເຈົ້າໜ້າ ທີ່ສາມາດກວດກາ ແລະ ຢຶດໄດ້ ໃນລະຫວ່າງ ຕົ້ນເດືອນມັງກອນ ຫາ ເດືອນ ກຸມພາ 2025 ຈາກພາກສ່ວນທີ່ດັດແປງສະພາບເຕັກນິກຂອງລົດ.

ສ່ວນໃຫຍ່ແມ່ນລົດຂອງນັກຮຽນ, ໄວໜຸ່ມ ມີຈຳນວນ ທັງໝົດ 21 ຄັນ. ໃນນັ້ນ, ມີລົດທີ່ໄດ້ດັດແປງທໍ່ຄວັນເຮັດໃຫ້ສຽງດັງເກີນຂອບເຂດ ສ້າງຄວາມເນືອງນັ່ນໃຫ້ແກ່ສັງຄົມ 19 ທໍ່, ຢາງຕີນລົດຈັກ (ຕີນນ້ອຍ) ທີ່ບໍ່ໄດ້ມາດຕະຖານ 9 ເສັ້ນ ແລະ ປ້າຍທະບຽນລົດທີ່ບໍ່ຖືກຕ້ອງ 4 ແຜ່ນ.

- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ

ຈາກນັ້ນ, ໄດ້ນຳເອົາຜູ້ທີ່ລະເມີດລະບຽບການສັນຈອນ ຈຳນວນ 20 ຄົນ ມາສຶກ ສາອົບຮົມກ່າວເຕື່ອນ ແລະ ສ້າງບົດບັນທຶກ ພ້ອມທັງແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄຫຼ່ ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນ ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້ໄດ້.

- 4 - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
- 5 - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
- 3 - ປກສ ແຂວງຫຼວງນໍ້າທາ ຢຶດ ແລະ ທໍາລາຍ ອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ