ຟີລິບປິນພະຍາດປາກເປື່ອຍລົງເລັບລະບາດໜັກ ສູງກວ່າປີຜ່ານມາເຖິງ 3 ເທົ່າ

ກະຊວງສາທາລະນະສຸກຟີລິບປິນເປີດເຜີຍໃນວັນທີ 1 ມີນາວ່າ: ມີຄົນເຈັບພະຍາດປາກເປື່ອຍລົງເລັບ (HFMD) ສູງເຖິງ 7,598 ຄົນ ນັບແຕ່ຕົ້ນປີຈົນຮອດວັນທີ 22 ກຸມພາຜ່ານມາ ເຊິ່ງສູງກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 3 ເທົ່າ ໂດຍຄົນເຈັບກວ່າເຄິ່ງໜຶ່ງພົບໃນເຂດເມືອງຫລວງ ແລະ ອີກ 3 ພາກພື້ນຂອງເກາະລູຊອນ.
ທາງການລະບຸວ່າ: ໃນຈໍານວນນີ້ 4,225 ຄົນເປັນເດັກອາຍຸບໍ່ເຖິງ 4 ປີ ແລະ ອີກ 2,069 ຄົນເປັນເດັກອາຍຸ 5-9 ປີ.
ສໍານັກຂ່າວຊິນຮົວລາຍງານວ່າ: ລັດຖະມົນຕີກະຊວງສາທາລະນະສຸກຟີລິບປິນ ກ່າວວ່າ: ພະຍາດປາກເປື່ອຍລົງເລັບບໍ່ໄດ້ເຮັດໃຫ້ເສຍຊີວິດ, ແຕ່ຕິດຕໍ່ກັນໄດ້ງ່າຍ. ພ້ອມແນະນໍາໃຫ້ປະຊາຊົນລ້າງມືດ້ວຍສະບູ ແລະ ນໍ້າສະອາດ ແລະ ຫລີກລ່ຽງບ່ອນແອອັດຖ້າມີອາການຂອງພະຍາດ.
ອົງການອະນາໄມໂລກລະບຸວ່າ: ພະຍາດນີ້ພົບຫລາຍໃນເດັກ, ແຕ່ກໍພົບໄດ້ໃນໄວລຸ້ນ ແລະ ຜູ້ໃຫຍ່ບາງຄົນ ສ່ວນຫລາຍພະຍາດນີ້ມີອາການບໍ່ຮຸນແຮງ ແລະ ເຊົາໄດ້ເອງ. ອາການທົ່ວໄປຄື: ເປັນໄຂ້, ມີແຜໃນປາກ ແລະ ຕຸ່ມຢູ່ມື, ຕີນ ແລະ ກົ້ນ.
ເຖິງຢ່າງໃດກໍຕາມ, ໃນບາງຄົນອາດມີອາການຮຸນແຮງເຊັ່ນ: ເຍື່ອຫຸ້ມສະໝອງອັກເສບ, ສະໝອງອັກເສບ ຫລື ອາການອໍາມະພາດ ຄືພະຍາດໂປລິໂອ.