ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ

- 222 1 - ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ
- kitchen vibe - ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ

       ທາງການອິດສະລາແອນປະກາດໃນວັນທີ 2 ມີນາວ່າ: ອິດສະລາແອນຍອມຮັບຂໍ້ສະເໜີທີ່ອາເມລິກາສະໜັບສະໜູນເລື່ອງການຢຸດຍິງຊົ່ວຄາວຢູ່ກາຊາໃນໄລຍະຣໍມາດອນ ແລະ ເທດສະການປັດສະກາ ໂດຍໄດ້ປະກາດພຽງບໍ່ເທົ່າໃດນາທີພາຍຫລັງຂໍ້ຕົກລົງຢຸດຍິງໃນໄລຍະທໍາອິດສິ້ນສຸດລົງ. 

       ສໍານັກຂ່າວອັລຈາຊີຣາລາຍງານວ່າ: ກຸ່ມຮາມັດຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນຕໍ່ຂໍ້ສະເໜີນີ້ ເຊິ່ງລະບຸໃຫ້ປ່ອຍຕົວປະກັນທີ່ຖືກຈັບຢູ່ກາຊາເຄິ່ງໜຶ່ງ ທັງທີ່ຍັງມີຊີວິດ ແລະ ເສຍຊີວິດແລ້ວ ໃນມື້ທໍາອິດຂອງການຂະຫຍາຍເວລາ, ສ່ວນທີ່ເຫລືອຈະຖືກປ່ອຍຕົວເມື່ອມີການບັນລຸຂໍ້ຕົກລົງຢຸດຍິງຖາວອນ.

      ຊາວປາແລັສຕິນຢູ່ກາຊາໄດ້ສະແດງຄວາມກັງວົນວ່າ: ສົງຄາມອາດກັບມາອີກ. ຂະນະທີ່ພວກເຂົາເລີ່ມື້ທໍາອິດຂອງການຖືສິນອົດໃນເດືອນຣໍມາດອນທ່າມກາງຊາກຫັກພັງ ແລະ ຄວາມເສຍຫາຍທົ່ວພື້ນທີ່.

      ທັງນີ້, ກະຊວງສາທາລະນະສຸກກາຊາຢືນຢັນຕົວເລກຜູ້ເສຍຊີວິດຊາວປາແລັສຕິນໃນສົງຄາມຄັ້ງນີ້ມີທັງໝົດ 48,388 ຄົນ ແລະ ມີຜູ້ບາດເຈັບ 111,803 ຄົນ. ຂະນະທີ່ສໍານັກງານສື່ລັດຖະບານປັບຕົວເລກຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 61,709 ຄົນ ໂດຍລະບຸວ່າ: ຊາວປາແລັສຕິນອີກຫລາຍພັນຄົນທີ່ຕິດຢູ່ໃຕ້ຊາກຫັກພັງຄາດວ່າເສຍຊີວິດແລ້ວ. ໃນຂະນະດຽວກັນ ມີຜູ້ເສຍຊີວິດຢ່າງໜ້ອຍ 1,139 ຄົນຢູ່ອິດສະລາແອນຈາກການໂຈມຕີຂອງຮາມັດໃນວັນທີ 7 ຕຸລາ 2023 ແລະ 200 ກວ່າຄົນຖືກຈັບເປັນຕົວປະກັນ.

- 4 - ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ
- 5 - ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ
- 3 - ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ