ຕວກກີຢືນຢັນຂໍ້ສະເໜີເປັນເຈົ້າພາບຈັດເຈລະຈາສັນຕິພາບອູແກຣນ-ຣັດເຊຍ

ແຫລ່ງຂ່າວທາງການທູດຂອງຕວກກີເປີດເຜີຍໃນວັນທີ 1 ມີນາວ່າ: ລັດຖະມົນຕີຕ່າງປະເທດຂອງຕວກກີຈະຢືນຢັນຂໍ້ສະເໜີຂອງຕວກກີອີກເທື່ອໜຶ່ງໃນການເປັນເຈົ້າພາບການເຈລະຈາສັນຕິພາບລະຫວ່າງອູແກຣນ ແລະ ຣັດເຊຍໃນກອງປະຊຸມຜູ້ນໍາເອີຣົບ ຢູ່ນະຄອນຫລວງລອນດອນ ໃນວັນທີ 2 ມີນານີ້.
ສໍານັກຂ່າວຣອຍເຕີລາຍງານວ່າ: ໃນວັນທີ 2 ມີນານີ້, ທ່ານ ຮາກັນ ຟີດານ ລັດຖະມົນຕີຕ່າງປະເທດຂອງຕວກກີ ຈະລາຍງານຕໍ່ຜູ້ນໍາເອີຣົບເຖິງຄວາມພະຍາຍາມຂອງຕວກກີໃນການຫາທາງສ້າງສັນຕິພາບທີ່ຍຸຕິທໍາ ແລະ ຍືນຍົງ ໂດຍຈະຢືນຢັນຄວາມຕັ້ງໃຈຂອງຕວກກີໃນການຮັກສາຄວາມເປັນອະທິປະໄຕ ແລະ ບູລະນາພາບແຫ່ງດິນແດນຂອງອູແກຣນ.
ຕວກກີ ເຊິ່ງເປັນສະມາຊິກນາໂຕ ເຄີຍເປັນເຈົ້າພາບການເຈລະຈາຄັ້ງທໍາອິດລະຫວ່າງທັງສອງຝ່າຍ ພາຍຫລັງການບຸກອູແກຣນໂດຍຣັດເຊຍໃນປີ 2022 ໂດຍຊ່ວຍໃຫ້ໄດ້ຂໍ້ຕົກລົງໃນການສົ່ງອອກທັນຍາພືດຢ່າງປອດໄພໃນທະເລດໍາ.
ຕວກກີລະບຸວ່າ: ການເຈລະຈາສັນຕິພາບໃນອະນາຄົດຕ້ອງມີທັງສອງປະເທດເຂົ້າຮ່ວມ.
ຂະນະທີ່ຕວກກີຮຽກຮ້ອງໃຫ້ມີການຢຸດຍິງຫລາຍຄັ້ງນັບແຕ່ປີ 2024 ຕວກກີໄດ້ໃຫ້ການສະໜັບສະໜູນຄວາມພະຍາຍາມຂອງອາເມລິກາໃນການຢຸດສົງຄາມ.
ແຕ່ຄວາມພະຍາຍາມດັ່ງກ່າວໄດ້ຖືກທໍາລາຍໄປເມື່ອເກີດການໂຕ້ຖຽງຢ່າງຮຸນແຮງລະຫວ່າງປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ແລະ ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 28 ກຸມພາຜ່ານມາ.