ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ທໍາລາຍສິນຄ້າເສື່ອມຄຸນນະພາບ
March 3, 2025 - 4:09 PM

ຂ່າວໜັງສືພິມຊຽງຂວາງ ລາຍງານວ່າ: ວັນທີ 26 ກຸມພາ 2025 ຜ່ານມານີ້ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ແຂວງຊຽງຂວາງ ໄດ້ທໍາລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ໂດຍມີພາກສ່ວນກ່ຽວຂ້ອງເມືອງຄູນເຂົ້າຮ່ວມ.
ສິນຄ້າທີ່ນຳມາທຳລາຍຄັ້ງນີ້ ແມ່ນໄດ້ຈາກການຕິດຕາມກວດກາຮ້ານທີ່ຈໍາໜ່າຍສິນຄ້າ ພາຍໃນເມືອງ ມີທັງໝົດ 1,737 ລາຍການ ລວມມູນຄ່າທັງໝົດ 23,420,000 ກີບ. ເພື່ອເປັນການປະຕິບັດໜ້າທີ່ວຽກງານ ເພື່ອຜູ້ບໍລິໂພກ ຜູ້ຊົມໃຊ້ມີຄວາມປອດໄພ ໄດ້ໃຊ້ສິນຄ້າທີ່ມີຄຸນນະພາບ ເພື່ອສະກັດກັ້ນການລັກລອບນໍາເຂົ້າສິນຄ້າທີ່ໝົດອາຍຸ, ສິນຄ້າທີ່ບໍ່ຖືກຕາມລະບຽບກົດໝາຍ.
ທີ່ມາ: ໜັງສືພິມຊຽງຂວາງມີໄຊ