ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ

ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - 222 2 - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ
ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - kitchen vibe - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ

        ສໍານັກຂ່າວຫວຽດນາມ (VNA) ລາຍງານໃນວັນທີ 3 ມີນາວ່າ: ກະຊວງສາທາລະນະສຸກຫວຽດນາມກໍາລັງພິຈາລະນາຫລຸດຜ່ອນນະໂຍບາຍລູກສອງຄົນ ເພື່ອແກ້ໄຂບັນຫາອັດຕາການເກີດຕໍ່າ ໂດຍຫວຽດນາມເປັນໜຶ່ງໃນປະເທດທີ່ມີອັດຕາການເກີດຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

      ກະຊວງສາທາລະນະສຸກສະເໜີໃຫ້ຄູ່ຜົວເມຍສາມາດຕັດສິນໃຈໄດ້ວ່າຈະມີລູກຈັກຄົນ ແລະ ມີລູກເມື່ອໃດ ລວມທັງສະເໜີໃຫ້ມີການແກ້ໄຂບັນຫາຄວາມເຫລື້ອມລໍ້າຂອງອັດຕາການເກີດໃນແຕ່ລະພາກພື້ນ.

ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ
ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ

      ສໍານັກປະຊາກອນ ສັງກັດກະຊວງສາທາລະນະສຸກ ເປີດເຜີຍວ່າ: ອັດຕາການເກີດຂອງຫວຽດນາມຫລຸດເຖິງລະດັບຕໍ່າສຸດເປັນປະຫວັດສາດໃນປີ 2024 ເນື່ອງຈາກອັດຕາການຈະເລີນພັນລວມ (total fertility rate) ຫລຸດລົງ ໂດຍແມ່ຍິງ 1 ຄົນໃຫ້ກໍາເນີດລູກພຽງ 1.91 ຄົນ ເຊິ່ງຖືເປັນປີທີ 3 ຕິດຕໍ່ກັນທີ່ຕໍ່າກວ່າອັດຕາການຈະເລີນພັນທົດແທນ (replacement fertility rate).

      ສໍານັກຂ່າວຊິນຮົວລາຍງານວ່າ: ປັດຈຸບັນ ອັດຕາການເກີດຂອງຫວຽດນາມຢູ່ຕໍ່າກວ່າຄ່າສະເລ່ຍຂອງພາກພື້ນ ເຊິ່ງຢູ່ລະດັບເດັກ 2.0 ຄົນຕໍ່ແມ່ຍິງ 1 ຄົນ.

ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - 5 - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ
ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - 4 - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ
ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ - 3 - ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ