ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ

- WhatsApp Image 2025 03 03 at 14 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
- kitchen vibe - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ

ວັນທີ 3 ມີນາ 2025 ນີ້ ນະຄອນຫລວງພະບາງຈັດພິທີປະກາດ-ຮັບຮອງ ເປັນນະຄອນພົ້ນທຸກ ຕາມດຳລັດ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ, ມາດຕະຖານພັດທະນາ ແລະ ນະຄອນເຂັ້ມແຂງຮອບດ້ານ ຕາມທິດນຳຂອງສູນກາງພັກ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

- WhatsApp Image 2025 03 03 at 14 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ລາຍງານ ວ່າ: ນະຄອນຫລວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫລາຍຂຶ້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂຶ້ນ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະສືບຕໍ່ສະໜັບສະໜູນ ຕື່ນຕົວ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ມະຕິຄໍາສັ່ງຂອງລັດຖະບານ. ມາຮອດປັດຈຸບັນທົ່ວນະຄອນ ມີບ້ານທີ່ບັນລຸມາດຖານພົ້ນທຸກ 113 ບ້ານ ກວມ 98,26%, 16,355 ຄອບຄົວ, ມີບ້ານພັດທະນາ 109 ບ້ານ ກວມ 94,78%, 14,979 ຄອບຄົວ.

- Visit Laos Visit SALANA BOUTIQUE HOTEL - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
- Visit Laos Visit SALANA BOUTIQUE HOTEL - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
- WhatsApp Image 2025 03 03 at 14 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ

ຜ່ານການກວດກາ-ປະເມີນຜົນ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ໃນການສ້າງເມືອງພົ້ນທຸກ ຕາມ 9 ມາດຖານ, ການສ້າງນະຄອນເຂັ້ມແຂງຮອບດ້ານ ຕາມ 16 ມາດຕະຖານ, 60 ຕົວຊີ້ບອກ ຕິດພັນກັບການ ການປະເມີນການສ້າງນະຄອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ແລະ 47 ຕົວຊີ້ບອກ ຕາມທີດນໍາສາມສ້າງ ເຫັນວ່ານະຄອນຫລວງງພະບາງ ມີເງື່ອນໄຂຄົບຖ້ວນ ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້ ແລະໄດ້ຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ ຢ່າງເປັນທາງ.

- 3 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
- 5 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
- 4 - ປະກາດຮັບຮອງນະຄອນ ຫລວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ