ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ

ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ - 481205284 950129873995826 3922193851919164426 n - ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ
ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ - kitchen vibe - ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ

ຂ່າວແຂວງວຽງຈັນໂພສ ລາຍງານວັນທີ 3 ມີນາ 2025 ນີ້ວ່າ: ປີ 2024 ຜ່ານມາ ເມືອງວັງວຽງ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ເມືອງວັງວຽງທັງໝົດ 1,460,159 ເທື່ອຄົນ, ຍິງ 662,552 ຄົນ, ໃນນັ້ນ ນັກທ່ອງທ່ຽວພາຍໃນ 777,698 ເທື່ອຄົນ, ສາມາດສັ້າງລາຍຮັບເຂົ້າເມືອງວັງວຽງໄດ້ 1,241 ຕື້ກວ່າກີບ (ສະເລ່ຍ 850,000 ກີບຕໍ່ນັກທ່ອງທ່ຽວ 1 ຄົນ).

ຕັ້ງເປົ້າ ປີ 2025 ນີ້ ສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວໃນເມືອງວັງວຽງໃຫ້ໄດ້ 2 ລ້ານເທື່ອຄົນ, ຄາດວ່າຈະສາມາດສ້າງລາຍຮັບທົ່ວສັງຄົມໄດ້ທັງໝົດ 1,700 ຕື້ກີບ.

ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ ເມືອງວັງວຽງ ໄດ້ໃຫ້ສຳພາດວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ ຈະຕ້ອງໄດ້ສຸມໃສ່ການຊຸກຍູ້ສົ່ງເສີມໃຫ້ການຈັດກິດຈະກຳເພື່ອສົ່ງເສີມການທ່ອງທ່ຽວໃຫ້ລາຍຂຶ້ນຜ່ານກິດຈະກຳ ເທສະການຕ່າງໆຂອງເມືອງ  ເຊັ່ນ ງານບຸນໝາກກ້ຽງຫວານ, ກິດຈະກຳອະນາໄມຂີ້ເຫຍື້ອແຄມນ້ຳຊອງ,ງານປະກວດນາງສັງຂານໃນຊ່ວງປີໃໝ່ລາວແລະງານບຸນປະເພນີຕ່າງໆຢູ່ພາຍໃນເມືອງ, ຕິດພັນກັບການປັບປຸງປົວແປງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການປັບປຸງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວຕ່າງໆ, ປັບປຸງເສັ້ນທາງພາຍໃນເທດສະບານເມືອງ, ຍົກລະດັບມາດຕະຖານຂອງສະຖານທີ່ພັກແຮມ, ການບໍລິການຂອງບັນດາຫົວໜ່ວຍທຸລະກິດດ້ວຍການຈັດຝຶກອົບຮົມ ຫຼື ຈັດກອງປະຊຸມສຳມະນາ ເພື່ອຍົກລະດັບການບໍລິການຂອງແຕ່ລະຫົວໜ່ວຍທຸລະກິດໃຫ້ມີມາດຕະຖານທີ່ດີຂຶ້ນເລື້ອຍໆ.

ປັດຈຸບັນເມືອງວັງວຽງມີຄວາມພ້ອມຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ສະຖານທີ່ພັກແຮມ ສາມາດຮອງຮັບແຂກໄດ້ 13,000 ກວ່າຄົນຕໍ່ວັນ, ມີຮ້ານອາຫານ-ກິນດື່ມ 191 ແຫ່ງ; ສະຖານທີ່ທ່ອງທ່ຽວທໍາມະຊາດ 36 ແຫ່ງ, ບໍລິສັດທ່ອງທ່ຽວ 24 ບໍລິສັດ ແລະ ມີຫລາຍ ເຊັ່ນ  ລ່ອງເຮືອກາຍັກ, ຂີ່ກົງເບັງ, ຂີ່ເຮືອຈັກຫາງຍາວ,  ສະລິ່ງ, ປີນຜາ, ຈຸດຊົມວິວ, ມີບາລູນ, ພາລາໂມເຕີ, ລົດໃຫ້ເຊົ່າ ແລະ ອື່ນໆ.

ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ - 5 - ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ
ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ - 4 - ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ
ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ - 3 - ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ