ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ

ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - 481160603 1208172321318582 6933476689685389797 n 1 scaled - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ
ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - kitchen vibe - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ

ວັນທີ 3 ມີນາ 2025 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພົບປະທ່ານ ອາເລັກຊັງເດີ ເດີມີຕີເອວີຈ ເບກລົບ ເຈົ້າຄອງນະຄອນຊານປີເຕີສະເບີກ ສະຫະພັນຣັດເຊຍ ທັງສອງຝ່າຍໄດ້ພົບປະ ແລະ ເຊັນບົດບັນທຶກຊ່ວຍຈໍາໃນການ ຮ່ວມມື ແລະ ແລກປ່ຽນບົດຮຽນໃນຕໍ່ໜ້າ.
ໃນໂອກາດດຽວກັນ ເຈົ້າຄອງນະຄອນຫລວງວຽງຈັນ ສະເໜີການຮ່ວມມື ນະຄອນຊານປີເຕີສະເບີກ ໃນຕໍ່ໜ້າ ຫລາຍດ້ານຄື:

  1. ການສ້າງຫ້າງສັບພະສິນຄ້າຄົບວົງຈອນຢູ່ລາວ ການຊຳລະຊື້ຂາຍສິນຄ້າລະຫວ່າງສອງປະເທດລາວ-ຣັດເຊຍໃຫ້ສາມາດເຂົ້າເຖິງທຸກສະຖາບັນການເງິນ (ສາມາດເປີດກວ້າງໃນຫລາຍທະນາຄານ).
  2. ຟື້ນຟູສາຍການບິນລະຫວ່າງ 2 ປະເທດຄືນໃໝ່ ໂດຍເອົາລາວເປັນປະເທດທາງ ຜ່ານ (Transit).
  3. ສະເໜີພິຈາລະນາຄືນທີ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ເຄີຍສະເໜີກ່ຽວກັບການຍົກເວັ້ນພາສີນຳເຂົ້າ ແລະ ສົ່ງອອກສິນຄ້າບາງລາຍການຈາກລາວເຂົ້າຣັດເຊຍ
  4. ສະເໜີຜ່ານຣັດເຊຍຊຸກຍູ້ການເຂົ້າອົງການຂົນສົ່ງສາກົນທາງລົດໄຟຂອງລາວ ເຊິ່ງລາວກຽມຄວາມພ້ອມຢາກເຂົ້າເປັນສະມາຊິກອົງການດັ່ງກ່າວ.
  5. ສະເໜີຊຸກຍູ້ການມາລົງທືນໃນຂົງເຂດການສ້າງໂຮງແຮມຢູ່ລາວ
  6. ສະເໜີໃຫ້ກະຊວງສຶກສາຣັດເຊຍພິຈາລະນາເພີ່ມເບ້ຍລ້ຽງໃຫ້ນັກສຶກສາລາວ ແລະ ປີ້ຍົນໄປ- ກັບຂອງນັກສຶກສາລາວທີ່ໄດ້ຮັບທຶນຈາກລັດຖະບານຣັດເຊຍໃນແຕ່ລະປີ.
  7. ເໜີນັກທຸລະກິດຣັດເຊຍທີ່ມີທ່າແຮງທາງດ້ານການເງິນເຂົ້າ ມາລົງທຶນຢູ່ລາວ.

ພ້ອມນີ້ທ່ານເຈົ້າຄອງ ນວ ຕາງໜ້າອົງການປົກຄອງພ້ອມດ້ວຍຊາວ ນວ ຖືໂອກາດນີ້ເຊື້ອເຊີນທ່ານເຈົ້າຄອງນະຄອນຊານປີເຕີສະເບີກພ້ອມ ດ້ວຍຄະນະເດີນທາງໄປຢ້ຽມຢາມ ນວ ໃນເວລາອັນເໝາະສົມ ເພື່ອທ່ຽວຊົມທຳມະຊາດກໍ່ຄືວິຖີການດຳລົງຊີວິດຂອງຊາວ ນວ ພ້ອມທັງຢ້ຽມຢາມເຂດເສດຖະກິດພິເສດ ແລະ ສະຖານີລົດໄຟຄວາມໄວສູງລາວ-ຈີນ.

ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - Visit Laos Visit SALANA BOUTIQUE HOTEL - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ
ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - Visit Laos Visit SALANA BOUTIQUE HOTEL - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ

ທີ່ມາ: ໜັງສືພິມວຽງຈັນໃໝ່

ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - 5 - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ
ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - 3 - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ
ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ - 4 - ເຈົ້າຄອງນະຄອນຫວງວຽງຈັນ ສະເໜີໃຫ້ນະຄອນຊານປີເຕີສະເບີກ ສືບຮ່ວມມືຫລາຍຂົງເຂດ