ປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ວັນທີ 4 ມີນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ຈາກ 12 ປະເທດ ເພື່ອດໍາລົງຕໍາ ແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ພ້ອມທັງມອບສານຕາຕັ້ງໃຫ້ແກ່ບັນດາທູດຂອງ ສປປ ລາວ ຈຳນວນ 6 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.
ບັນດາທູດປະເທດເພື່ອນມິດ ທີ່ເຂົ້າຢື່ນສານຕາຕັ້ງໃນຄັ້ງນີ້ປະກອບມີ:
1) ທ່ານ ໂຢເກສ໌ວາ ສັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ໂດຍມີສຳນັກ ງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ.
2) ທ່ານ ຫລຸຍ ມານູແອນ ເວໂລໂຊ (Luiz Manuel de Magalhães de albuquerque Veloso) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປອກຕຸຍການ ປະຈຳ ສປປ ລາວ ໂດຍມີສຳນັກ ງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
3) ທ່ານ ຊູເຣນ ບັດສດາ ຊາຣຢານ (Suren Baghdasaryan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະ ນະລັດ ອາກເມນີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດ ນາມ.
4) ທ່ານ ປາບລິນ ໂຕໂດຣົຟ (Pavlin Todorov) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ບຸນກາລີ ປະຈໍາ ສປປ ລາວ ໂດຍມີສໍານັກງານການທູດຕັ້ງຢູ່ ສສ ຫວຽດນາມ.
5) ທ່ານ ນາດເຊີເຣດດິນ ເຫດາຣິ (Nassereddin HEIDARI) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາ ຈັກໄທ.
6) ທ່ານ ກິບຕິເນສ໌ ລິນເຊ ກິມວເລ (Kiptiness Lindsay Kimwole) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເຄັນຍາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
7) ທ່ານ ນາງ ປາຕຣີເຊຍ ໂຢລານດາ (Patricia Yolanda Raez Portocarrero) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເປຣູ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ.
8) ທ່ານ ມາຣິໂອ ໂຮເຊ ກໍາໂປສ (Mario Jose Armengol Campos), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ນິກາຣາກວາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ.
9) ທ່ານ ໂກດາຍາ ມາຣີ (Kohdayar Marri) ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະ ຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ.
10) ທ່ານ ຊອງ ລຸຍ ໂຣບິນຊົງ ຣິຊາດ (JEAN LOUIS Robinson Richard) ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ມາດາກາສະກາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສປ ຈີນ.
11) ທ່ານ ດານ ບາຮາເດີ ໂອລີ (Dhan Bahadur Oli) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ເນປານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
12) ທ່ານ ນາງ ອີເອເອສ ວິຈາຍັນຕິ ເອດິຣິສິງ (E.A.S. Wijayanthi Edirisinghe) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນ
ໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງນຳກັນ ຈົນເຖິງ ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ.
ພ້ອມນີ້, ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນ ຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.
ໂອກາດນີ້ ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ມອບສານຕາຕັ້ງໃຫ້ບັນດາທູດຂອງ ສປປ ລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ເຊິ່ງປະກອບມີ:
1) ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ.
2) ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ປະຈໍາ ອົດສະຕຣາລີ.
3) ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ປະຈຳ ໂອຕຣິດ.
4) ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດ ສິງກະໂປ.
5) ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ປະຈຳ ອາຊຽນ ທີ່ຈາກາຕາ, ອິນໂດເນເຊຍ.
6) ທ່ານ ເຮືອນແກ້ວ ສັງສົມສັກ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ທີ່ມາ: ໜັງສືພິມ ປະເທດລາວ