ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

- Rain - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ
- kitchen vibe - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

ໂດຍ: ຜາຕຸງ

ຍັງອີກບໍ່ພໍເທົ່າໃດເດືອນ ລະດູແລ້ງກໍຈະໝົດໄປແລ້ວ ຫຼັງຈາກນັ້ນກໍຈະເຂົ້າສູ່ລະດູຝົນຕາມຮອບວຽນຂອງກົດເກນທາງທຳມະຊາດ ແຕ່ພໍແຕ່ສິ້ນສຸດລະດູໜາວ ຝົນກໍຍ່າວລິນມື້ໜຶ່ງເຕັມໆ ເຖິງແມ່ນວ່າຝົນຈະບໍ່ຕົກແຮງ ແຕ່ມັນໄດ້ສ້າງຄວາມລຳບາກໃນການສັນຈອນ ແລະ ເຫັນຮ່ອງຮອຍນໍ້າຫົ້ງເປັນບາງບ່ອນ ເຊິ່ງນີ້ອາດເປັນສັນຍານເຕືອນໃຫ້ມີການກຽມພ້ອມຮັບມື  ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ ລວມທັງໜ່ວຍງານທີ່ກ່ຽວຂ້ອງໃນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງນະຄອນຫລວງວຽງຈັນ.

- Visit Laos Visit SALANA BOUTIQUE HOTEL - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ
- Visit Laos Visit SALANA BOUTIQUE HOTEL - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

ປັດຈຸບັນ ຖະໜົນຫົນທາງຫຼາຍສາຍມີການພັດທະນາຍົກລະດັບຈາກທາງດິນປູຫີນປູດິນແດງ ມາເປັນທາງປູຍາງ ປູຄອນກຣີດ ມີຮ່ອງລະບາຍນ້ຳຄັກແນ່ ແຕ່ວ່າດິນຫຼາຍບ່ອນ ໜອງອ່າງຮັບນ້ຳຫຼາຍແຫ່ງຖືກທັບຖົມໃຫ້ສູງຂຶ້ນ ການຖິ້ມເສດຂີ້ເຫຍື້ອຈາກຄົວເຮືອນຊະຊາຍ ບາງບ່ອນບາງບ້ານໂດຍສະເພາະຜູ້ປຸກເຮືອນຢູ່ແຄມທາງຍັງມີເຈຕະ ນາຖອກຖິ້ມລົງໃສ່ຮ່ອງລະບາຍນ້ຳຂອງປະຊາຊົນໃນແຕ່ລະວັນເຮັດໃຫ້ຮ່ອງອຸດຕັນ ພໍແຕ່ຝົນຕົກລົງມາອ່າວແຮງແດ່ນ້ຳບໍ່ມີບ່ອນໄຫຼໄປກໍເກີດຖ້ວມຂັງກະທັນຫັນ ນັ້ນສ່ວນໜຶ່ງແມ່ນເກີດມາຈາກນ້ຳມືເຮົາເອງທີ່ມັກງ່າຍຈົນກາຍເປັນເຫດແກ້ໄຂຍາກ.

ຄຳຖາມຄືເປັນຫຍັງພາກສ່ວນກ່ຽວ ຂ້ອງບໍ່ເຮັດບໍ່ລວງຕະຄອງຮ່ອງລະບາຍນ້ຳ ຖ້າຫາກພວກເຮົາເບິ່ງເຜີໆໄປກໍຫາກຄືຈັ່ງວ່າແມ່ນແນວນັ້ນແທ້ ແຕ່ໃນຕົວຈິງແລ້ວເປັນຫຍັງພວກເຮົາພັດບໍ່ມີຜູ້ໃດຈົ່ມເລີຍວ່າ ຕັນເຮັດຫຍັງ ຖົມເຮັດຫຍັງ ແລະ ພາກັນຖິ້ມເສດຂີ້ເຫຍື້ອໃນຄົວເຮືອນລົງສູ່ຖະໜົນຫົນທາງອັດຕັນຮ່ອງລະບາຍນ້ຳເຮັດຫຍັງ ບໍ່ມີຜູ້ໃດເວົ້າຮອດເລີຍ.

ການແກ້ໄຂບັນຫານ້ຳຖ້ວມຂັງກະທັນຫັນໃນຕົວເມືອງໃນຜ່ານມາເປັນພຽງການແກ້ໄຂສະເພາະໜ້າ ເປັນການແກ້ໄຂທີ່ປາຍເຫດເທົ່ານັ້ນ ຍັງບໍ່ທັນໄດ້ລົງເລິກທີ່ຕົ້ນເຫດຂອງບັນຫາ ເປັນຕົ້ນແມ່ນການສ້າງຈິດສຳນຶກຕໍ່ສະພາບແວດລ້ອມໃນຊຸມຊົນ ກ່ອນຈະຖວມຈະສ້າງຫຍັງໃນຕົວເມືອງຕ້ອງໄດ້ຮັບອານຸຍາດຈາກພາກສ່ວນເສຍກ່ອນວ່າຈະບໍ່ມີຜົນກະທົບແນວໃດບໍ ແລະ ອີກບັນຫາໜຶ່ງຄວນຢຸດຕິການກະທຳທີ່ມັກງ່າຍໃນການຖິ້ມຂີ້ເຫຍື້ອຊະຊາຍຫັນມາຖິ້ມໃຫ້ຖືກທີ່ຖືກບ່ອນຫຼຸດຜ່ອນການອັດຕັນຂອງຮ່ອງລະບາຍນ້ຳເພື່ອໃຫ້ນ້ຳໄດ້ໄຫຼສະດວກຂຶ້ນ.

ແນວໃດກໍດີ ເຖິງວ່າມັນຈະເປັນຝົນລິນຫ່ານ້ອຍບໍ່ຕົກແຮງກໍຕາມ ນັ້ນມັນປຽບເໝືອນຝົນລອງທາງທີ່ເຕືອນໃຫ້ ທຸກໜ່ວຍງານທຸກພາກສ່ວນທີ່ກ່ຽວຕ້ອງຕື່ນຕົວແຕ່ຫົວທີໃນການລົງຕິດຕາມເບິ່ງ ແລະ ລວງຕອງຄອງຮ່ອງນ້ຳແຕ່ຫົວທີໂລດ ບ່ອນໃດທີ່ເຫັນວ່າສົມຄວນປັບປຸງປົວແປງໃໝ່ກໍໃຫ້ຮີບລົງມືໂລດບໍ່ຄວນລໍຖ້າຮອດເວລານ້ຳຖ້ວມຂັງຈຶ່ງລົງມື ຖ້າຮອດເວລານັ້ນມັນອາດຊ້າເກີນໄປແລ້ວ ໄລຍະນີ້ຍັງຢູ່ໃນລະດູແລ້ງເຊິ່ງເປັນການງ່າຍໃນການລົງມືຈັດຕັ້ງປະຕິບັດທຸກວຽກງານທີ່ກ່ຽວຂ້ອງໃນການສ້ອມແປງ ລວງຕະຄອງຮ່ອງນ້ຳ ຫຼື ຕາບທາງບ່ອນເປັນບວກເປັນຂຸມໃຫ້ໂລ່ງລ່ຽນ.

- 5 - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ
- 4 - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ
- 3 - ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ