ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ

- 24825950 1571292492951820 838509967 o - ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ
- kitchen vibe - ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ

ພິທີມອບ-ຮັບ ສິ່ງກໍ່ສ້າງ ແລະ ອຸປະກອນປະກອບຢູ່ພາຍໃນສຸສານທີ່ລະນຶກເຖິງ ວິລະກຳຈີນຢູ່ລາວ, ໄດ້ມີຂຶ້ນໃນອາທິດຜ່ານມານີ້, ທີ່ແຂວງຊຽງຂວາງ, ລະຫວ່າງທ່ານ ລູ່ເຊັນຢີ (Lu zhen yi), ຮອງຫົວໜ້າພະແນກກະຊວງກິດຈະການພົນລະເຮືອນຈີນ ແລະ ທ່ານ ວຽງທອງ ບຸນທະພອນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຊຽງ ຂວາງ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

- 24825950 1571292492951820 838509967 o - ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ

ສຸສານດັ່ງກ່າວ, ໄດ້ມອບໃຫ້ແຂວງຊຽງຂວາງເປັນຜູ້ຮັບ ຜິດຊອບຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືລາວ-ຈີນ ແລະ ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ ທັງແນໃສ່ຊຸກຍູ້, ປະຊາຊົນສອງປະເທດຮ່ວມກັນສ້າງສາປະຊາຄົມຮ່ວມ ຊະຕາກໍາທີ່ຕັດແຍກອອກຈາກກັນບໍ່ໄດ້, ສືບທອດນໍ້າໃຈວິລະຊົນ ແລະ ຜັນຂະ ຫຍາຍນ້ຳໃຈມິດຕະພາບລະຫວ່າງສອງປະເທດໃຫ້ໝັ້ນຄົງຂະນົງແກ່ນ, ທັງໃຫ້ເປັນ ບ່ອນສຶກສາຄົ້ນຄ້ວາຂອງຮຸ່ນໜຸ່ມ, ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງປະ ຊາຊົນລາວ ແລະ ຈີນ.

- Visit Laos Visit SALANA BOUTIQUE HOTEL - ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ

ໃນຊຸມປີ 60-70 ຂອງສະຕະວັດທີ 20 ໃນເວລາເຂົ້າຮ່ວມສະໜັບສະໜູນການຕໍ່ ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ, ນັກຊ່າງແສງຈາກ ສປ.ຈີນ ຫຼາຍຮ້ອຍສະຫາຍ ໄດ້ມາປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ເສຍຊິວິດໃນໄລຍະນັ້ນ, ອັນໄດ້ ກາຍເປັນສັນຍາລັກແຫ່ງນ້ຳໃຈໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງລາວ-ຈີນທີ່ເບັ່ງບານຈົນມາຮອດທຸກວັນນີ້.

- 3 - ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!