ນອຍເອີ ຖືກຮັບເລືອກໃຫ້ເປັນຜູ້ຮັກສາປະຕູ ເກັ່ງທີ່ສຸດໃນໂລກຄົນປັດຈຸບັນ

ມານູເອລ ນອຍເອີ ຜູ້ຮັກສາປະຕູຈາກ ບາເຢີນ ມິວນິກ ສະໂມສອນໃນ ບຸນເດສ ລີກາ ເຢຍລະມັນ ໄດ້ຮັບເລືອກເປັນຜູ້ຮັກສາປະຕູເກັ່ງທີ່ສຸດໃນໂລກ ປະຈຳປີ 2017 ຕາມການຈັດອັນດັບຂອງ ຟຣ້ອງ ຟຸດບອລ ວາລະສານແຫ່ງວົງການບານເຕະທີ່ມີຊື່ສຽງຂອງໂລກ ໃນວັນທີ 5 ທັນວາ.
ໃນການຈັດອັນດັບດັ່ງກ່າວ ໄດ້ໃຫ້ອະດີດຜູ້ຮັກສາປະຕູ 5 ຄົນ ປະກອບມີ ຟຣານເຊັສໂກ ຕອລໂດ, ຊານຕິອາໂກ ກາຢິເຣສ, ມາກ ຊະວາເຊີ, ລິໂອເນລ ເລຕິຊີ ແລະ ເຊບ ໄມເອີ ມາເປັນຄະນະກຳມະການຕັດສິນ.
ໂດຍລະບົບການໃຫ້ຄະແນນຄື: ແຕ່ລະຄົນຕ້ອງເລືອກຜູ້ຮັກສາປະຕູເກັ່ງທີ່ສຸດໃນຄວາມຄິດຂອງພວກເຂົາ 5 ອັນດັບ ແລະ ແຕ່ລະອັນດັບກໍຈະມີຄະແນນແຕກຕ່າງກັນ ໂດຍທີ 1 ໄດ້ 6 ຄະແນນ, ທີ 2 ໄດ້ 4 ຄະແນນ, ທີ 3 ໄດ້ 3 ຄະແນນ, ທີ 4 ໄດ້ 2 ຄະແນນ ແລະ ທີ 5 ໄດ້ 1 ຄະແນນ.
ປາກົດວ່າ: ກຳມະກອນທັງ 5 ຄົນເລືອກໃຫ້ ນອຍເອີ ເປັນອັນດັບ 1 ທັງໝົດ ຈົນເຮັດໃຫ້ລາວໄດ້ຄະແນນເຕັມ 30 ຄະແນນ ໂດຍ ຈານລຸຍຈິ ບຸຟຟອນ ຜູ້ຮັກສາປະຕູຈາກ ຢູເວນຕຸສ ເປັນທີ 2 ໄດ້ຄະແນນລວມ 13 ຄະແນນ. ຂະນະທີ່ ຕິໂບ ກູກຕົວ ຈາກເຊລຊີ ໄດ້ອັນດັບ 3 ມີ 9 ຄະແນນ.