ເຈົ້າໜ້າທີ່ລະດັບສູງສະຫະປະຊາຊາດ ພົບຮອງລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ

ເຈົ້າໜ້າທີ່ລະດັບສູງສະຫະປະຊາຊາດໄດ້ພົບກັບຮອງລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ ຢູ່ນະຄອນຫລວງພຽງຢາງ ໃນວັນທີ 6 ທັນວານີ້ ເຊິ່ງເປັນມື້ທຳອິດຂອງພາລະກິດຢ້ຽມຢາມເປັນເວລາ 4 ວັນ.
ເຖິງຢ່າງໃດກໍຕາມ, ປັດຈຸບັນນີ້ຍັງບໍ່ແນ່ນອນວ່າ ທ່ານ ເຈຟຟຣີ ເຟລແມນ ຮອງເລຂາທິການສະຫະປະຊາຊາດ ຝ່າຍການເມືອງ ຈະຫາລືໃນເລື່ອງໃດແດ່ກັບທ່ານ ປັກ ມາຍອງກຸກ ຮອງລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ. ໂຄສົກສະຫະປະຊາຊາດຖະແຫລງວ່າ: ທ່ານ ເຟລແມນ ອະດີດເຈົ້າໜ້າທີ່ກະຊວງຕ່າງປະເທດອາເມລິກາ ເດີນທາງເຖິງນະຄອນຫລວງພຽງຢາງໃນວັນທີ 5 ທັນວາ ແລະ ມີເລື່ອງຫາລືໃນຫລາຍບັນຫາ ລະຫວ່າງການຢ້ຽມຢາມ ສປປ ເກົາຫລີ, ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດ. ຄາດວ່າທ່ານ ແລະ ຄະນະເຈົ້າໜ້າທີ່ ສປຊ ຈະໄດ້ພົບກັບທ່ານ ຣີ ຍອງໂຣ ລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ ຢູ່ນະຄອນຫລວງພຽງຢາງ, ເຖິງວ່າທ່ານ ເຟລແມນ ຈະບໍ່ໄດ້ຢ້ຽມຢາມໃນຖານະຜູ້ແທນຈາກອາເມລິກາ, ແຕ່ຄາດຫວັງກັນຫລາຍວ່າ: ການຢ້ຽມຢາມຂອງທ່ານ ແລະ ຄະນະເຈົ້າໜ້າທີ່ຕ່າງປະເທດອື່ນໆ ລວມທັງເຈົ້າໜ້າທີ່ລະດັບສູງຂອງຈີນທີ່ມາຢ້ຽມຢາມໃນເດືອນຜ່ານມາ ອາດຊ່ວຍບັນເທົາສະຖານະການທີ່ເຄັ່ງຕຶງລະຫວ່າງ ສປປ ເກົາຫລີ ກັບອາເມລິກາລົງໄດ້.