ອີ່ມສຸກ ເດຣີ່ ພ້ອມໃຫ້ບໍລິການແລ້ວ!

ອີ່ມສຸກ ເດຣີ່ ພ້ອມໃຫ້ບໍລິການແລ້ວ! ສະຖານີ ອີ່ມສຸກ ສູນລວມອາຫານ ແລະ ເຄື່ອງດື່ມ ທີ່ຄົບທີ່ສຸດໃນນະຄອນຫລວງວຽງຈັນ
ວັນທີ 5 ມີນາ 2025 ສະຖານີ ອີ່ມສຸກ (imsouk station) ໄດ້ເປີດຮ້ານຂາຍຊິ້ນສົດ ແລະ ທະເລສົດ ອີ່ມສຸກ ເດຣີ່ (I’msouk Daily) ຢ່າງເປັນທາງການ ຢູ່ທີ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ (ເສັ້ນທາງຄິວລົດສາຍໃຕ້ເກົ່າ).

ອິ່ມສຸກ ເດລີ້ (I’msouk Daily) ເປັນຮ້ານຂາຍຊີ້ນສົດທີ່ມີທັງໝູ ແລະ ງົວ ໃຫ້ເລືອກຫລາກຫລາຍ ແລະ ນອກນັ້ນຍັງມີອາຫານທະເລສົດ ເປັນຕົ້ນແມ່ນ ກຸ້ງ, ປາ, ປາມຶກ ແລະ ນອກຈາກນີ້ແລ້ວ ກໍຍັງໄດ້ຈັດເປັນເຊັດຈຸ່ມ-ດາດເພື່ອໃຫ້ລູກຄ້າສາມາດຊື້ກັບບ້ານອີກດ້ວຍ
ທ່ານ ເອກກະສິດ ວິລະດາ ຜູ້ອຳນວຍການໃຫຍ່ ໄດ້ຂຶ້ນກ່າວເປີດງານວ່າ: ສະຖານີ ອິ່ມສຸກ (imsouk station) ໄດ້ເປີດໃຫ້ບໍລິການມາແລ້ວ 1 ປີ ເຊິ່ງ ສະຖານນີກໍມີຜູ້ບໍລິຫານເປັນຄົນລາວທັງໝົດ ໂດຍສະຖານນີ້ ຖືວ່າເປັນບ່ອນພັກຜ່ອນທີ່ປະກອບດ້ວຍຫຼາຍຮ້ານທີ່ອຳນວຍຄວາມສະດວກສະບາຍກັບຜູ້ຂັບຂີ່ ທີ່ຜ່ານມາຖະໜົນເສັ້ນໄກສອນພົມວິຫານ ເຊິ່ງໃນສະຖານີມີທັງຮ້ານບຸບເຟ່ຈຸ່ມ-ດາດ, ຮ້ານຂາຍຊີ້ນສົດ ແລະ ທະເລສົດ, ຮ້ານກາເຟ, ຂົນສົ່ງ ແລະ ມີຈຸດສາກໄຟ ສຳລັບລົດໄຟຟ້າ.
ນອກຈາກນີ້, ຍັງມີຫ້ອງນ້ຳ ແລະ ບ່ອນນັ່ງພັກຜ່ອນຢ່ອນໃຈໃຫ້ລູກຄ້າຈອດພັກກ່ອນເດີນທາງໄກ ດ້ວຍທີມງານຄົນລາວລຸ້ນໃໝ່. ອີ່ມສຸກ ພ້ອມໃຫ້ບໍລິການ ສະຖານີເປີດໃຫ້ບໍລິການທຸກມື້ 24 ຊົ່ວໂມງ ສາມາດມາແວ່ໃຊ້ບໍລິການໄດ້ທຸກເວລາ.
ເນື່ອງຈາກອີ່ມສຸກ ສຸກີ້ ສະຫລອງເປີດຮ້ານໃຫມ່ ກໍຄືຮ້ານ ອີ່ມສຸກ ເດຣີ່ ທາງຮ້ານໄດ້ຈັດໂປຼໂມຊັ່ນພິເສດຊື້ 3 ແຖມ 1 ເຊິ່ງເລີ່ມແຕ່ວັນທີ 07-13 ມີນາ 2025 ນີ້ເທົ່ານັ້ນ.