ສານ ສ.ເກົາຫລີ ມີຄຳສັ່ງປ່ອຍຕົວ ທ່ານ ຢູນ ຊອກຢອນ ປະທານາທິບໍດີ ຫລັງຖືກຄຸມຂັງ 51 ມື້

ວັນທີ 7 ມີນາ 2025, ສານ ສ.ເກົາຫລີ ມີຄຳສັ່ງປ່ອຍຕົວ ທ່ານ ຢູນ ຊອກຢອນ ອະດີດປະທານາ ທິບໍດີ ສ.ເກົາຫລີ ທີ່ຖືກຖອດຖອນອອກຈາກຕຳແໜ່ງ ພາຍຫລັງຖືກຈັບກຸມຕົວໃນ ວັນທີ 15 ມັງກອນ ທີ່ຜ່ານມາ ຈາກການປະກາດກົດໄອຍະການເສິກ ເມື່ອວັນທີ 3 ທັນວາ 2024 ຊຶ່ງຖືກກ່າວຫາວ່າເປັນການກໍ່ກະບົດ.
ສຳນັກງານຂ່າວ Yonhap ຂອງສ.ເກົາຫລີ ລາຍງານຂ່າວວ່າ: ສານ ນະຄອນຫຼວງ ເຊອູນ ມີຄໍຳຕັດສິນໃຫ້ ທ່ານ ຢູນ ຊອກຢອນ ໄດ້ຮັບການປ່ອຍຕົວ, ຢ່າງໃດກໍຕາມສານຍັງບໍ່ໄດ້ອອກຖະແຫລງການຢືນ ຢັນເລື່ອງນີ້ຢ່າງເປັນທາງການ.
ທ່ານ ຢູນ ຊອກຢອນ ຖືກສະພານິຕິບັນຍັດຖອນຖອນອອກຈາກຕຳແໜ່ງໃນເດືອນທັນວາ 2024 ເຮັດໃຫ້ຕ້ອງໄດ້ລໍຖ້າຄຳຕັດສິນຈາກສານລັດຖະທຳມະນູນ ວ່າຈະໃຫ້ ທ່ານຢູນ ຊອກຢອນ ກັບມາດຳລົງຕຳແໜ່ງ ຫລື ຖອດຖອນຢ່າງເປັນທາງການ ຫາກສານລັດຖະທຳມະນູນ ເຫັນດີກັບການຖອດຖອນອອກຈາກຕຳແໜ່ງ ປະທານາທິບໍດີ ຈະມີການເລືອກຕັ້ງປະທານາທິບໍດີຄົນໃໝ່ພາຍໃນ 60 ວັນ.
ຄະດີນີ້ຖືວ່າເປັນເຫດການທີ່ສຳຄັນທາງການເມືອງຂອງ ສ.ເກົາຫລີ ເນື່ອງຈາກຫາກທ່ານ ຢຸນ ຊອກຢອນ ຖືກຕັດສິນວ່າມີຄວາມຜິດຖານກໍ່ກະບົດ ອາດຈະໄດ້ຮັບໂທດຮ້າຍແຮງເຖິງຂັ້ນ ຈຳຄຸກຕະຫລອດຊີວິດ.