ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ

ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - 481910790 1206326407847480 9104977601526656444 n - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ
ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - kitchen vibe - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ

ວັນທີ 7 ມີນາ 2025 ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການການມີສ່ວນຮ່ວມຂອງພາກເອກະຊົນ, ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດຢູ່ໃນ ສປປ ລາວ ລະຫວ່າງກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ. ຮ່ວມລົງນາມໂດຍທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ແລະ ທ່ານນາງ ອາລັນຍາ ບໍລິບູນ ປະທານສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ.

ທ່ານ ບຸນຍອດ ຈັນທະວອນ ກ່າວວ່າ: ໂຄງການນີ້ຖືວ່າເປັນໄລຍະສອງ ຊຶ່ງໄລຍະທີ 1 ແມ່ນໄດ້ມີການສະໜັບສະໜູນພາຍໃຕ້ຊື່ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງບັນດາຜູ້ມີສ່ວນຮ່ວມໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ ແລະ ຊຸກຍູ້ໃນການສ້າງກົນໄກ 3 ຝ່າຍໃນວຽກງານການຄຸ້ມຄອງໄພພິບັດຄື LDPP. ການລົງນາມຄັ້ງນີ້, ສືບຕໍ່ໂຄງການໄລຍະສອງ ຊຶ່ງມີຄວາມສໍາຄັນຫລາຍໃນການສືບຕໍ່ຊຸກຍູ້ກົນໄກ 3 ຝ່າຍຄື: ພາກລັດ, ພາກເອກະຊົນ ແລະ ພາກອົງການຈັດຕັ້ງສັງຄົມ ໃນວຽກງານການຄຸ້ມຄອງໄພພິບັດ ໂດຍສະເພາະການສົ່ງເສີມຊຸກຍູ້ສ້າງຄວາມເຂັ້ມແຂງທາງດ້ານນິຕິກຳ ຫລື ກົນໄກ ມີຄວາມສຳຄັນ ຊຶ່ງເປັນການສະໜັບສະໜູນຊ່ວຍເຫລືອລັດຖະບານ ສປປ ລາວ ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ, ເຕັກນິກວິຊາການໃນບັນດາວຽກງານຕ່າງໆ ຜ່ານການປະຕິບັດຕົວຈິງ ໂດຍສະເພາະຢູ່ເຂດທີ່ມີຄວາມສ່ຽງ ແລະ ບ່ອນທີ່ຍັງບໍ່ທັນມີຄວາມເຂັ້ມແຂງໄດ້ຮັບການຍົກລະດັບຄວາມອາດສາມາດຂຶ້ນເທື່ອລະກ້າວ.

ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ
ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ

ສໍາລັບກິດຈະກຳຫລັກຂອງໂຄງການ: ເພື່ອສົ່ງເສີມການມີສ່ວນຮ່ວມໃຫ້ແກ່ອົງການຈັດຕັ້ງລະດັບຂັ້ນສູນກາງ, ຊຸມຊົນ ເພື່ອກຽມພ້ອມຮັບມືກັບໄພພິບັດໂດຍການຮ່ວມມື ແລະ ການມີສ່ວນຮ່ວມຈາກພາກເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ພາກລັດ ລວມໄປເຖິງຊຸມຊົນຜູ້ຢູ່ໃນພື້ນທີ່ທີ່ມີຄວາມສ່ຽງຕໍ່ໄພພິບັດ, ສ້າງຄວາມອາດສາມາດໃຫ້ກັບບັນດາພາກສ່ວນເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ແລະ ກົມສັງຄົມສົງເຄາະກະຊວງ ຮສສ ເປັນການທົດລອງເພື່ອຄົ້ນຄວ້າພື້ນທີ່ເປົ້າໝາຍທີ່ເໝາະສົມໃນການເຝົ້າລະວັງ, ປຸກລະດົມເພື່ອຕ້ານໄພພິບັດໃຫ້ແກ່ຊຸມຊົນ. ຜູ້ໃຫ້ທຶນໂດຍມູນນິທິບິວແອນເມລິນດາ ເກດ ຟາວເດເຊິນ (Bill & Melinda Gates Foundation through Asian Disaster Preparedness Center) ມູນຄ່າໂຄງການ 150,000 ໂດລາ ຊຶ່ງໄລຍະການຈັດຕັ້ງປະຕິບັດຂອງໂຄງການແມ່ນເລີ່ມແຕ່ມື້ໄດ້ຮັບອະນຸມັດຈົນເຖິງວັນທີ 31 ມີນາ 2026.

ທີ່ມາ: ໜັງສືພິມປະຊາຊົນ

ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - 5 - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ
ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - 3 - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ
ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ - 4 - ລົງນາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ