ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ

- 482215759 1212774127525068 2175015630811817258 n - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ
- kitchen vibe - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ

ວັນທີ 2-6 ມີນາ 2025 ຜ່ານມານີ້ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາ ທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ປະກອບດ້ວຍເລຂາທິການສະພາແຫ່ງຊາດ, ປະທານກຳມາທິການ ປກຊ-ປກສ, ຮອງປະທານກຳມາທິການການຕ່າງປະເທດ ແລະ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ.

ໃນໄລຍະເຮັດວຽກຢູ່ແຂວງຫົວພັນ, ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະ ໄດ້ພົບປະກັບທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ເຊິ່ງໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວໃນຄັ້ງນີ້; ຫຼັງຈາກນັ້ນ, ຄະນະໄດ້ພົບປະກັບທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ ພ້ອມດ້ວຍການນຳຂອງພະແນກ ການທີ່ກ່ຽວຂ້ອງຂອງແຂວງ.

- Visit Laos Visit SALANA BOUTIQUE HOTEL - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ
- Visit Laos Visit SALANA BOUTIQUE HOTEL - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ

ທ່ານ ເລຂາພັກແຂວງ, ເຈົ້າແຂວງ, ປະທານສະພາປະຊາຊົນແຂວງ ແລະ ພະແນກການຕ່າງໆ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການເຄື່ອນໄຫວທີ່ພົ້ນເດັ່ນໃນປີ 2024 ຜ່ານມາ ແລະ ທິດທາງປີ 2025 ໂດຍສະເພາະແມ່ນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນຂັ້ນເມືອງ; ການເຄື່ອນ ໄຫວຕາມ 3 ພາລະບົດບາດຂອງສະພາປະຊາຊົນແຂວງ; ການນຳຂອງພະແນກແຜນການ ແລະ ການລົງທຶນ, ພະແນກການຕ່າງປະເທດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກອຸດສາຫະກຳ ແລະ ການຄ້າ ແລະ ກອງບັນຊາການ ປກສ ແຂວງ ຕ່າງກໍໄດ້ລາຍງານສະພາບການເຄື່ອນໄຫວຂອງຕົນໃຫ້ຄະນະຊາບ ທັງຍົກໃຫ້ເຫັນດ້ານດີ, ຂໍ້ສະດວກ ພ້ອມຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຈຳນວນໜຶ່ງ.

ໃນໂອກາດນີ້ ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ໂອ້ລົມແລກປ່ຽນຄຳຄິດເຫັນຈຳນວນໜຶ່ງ ໂດຍໄດ້ເນັ້ນບາງຈຸດ ຄື:

1. ເອົາໃຈໃສ່ໃນການຄຸ້ມຄອງການລົງທຶນຂອງຕ່າງປະເທດ ນັບທັງການນໍາໃຊ້ ODA ຫຼື ໂຄງການຂອງອົງການຈັດຕັ້ງສາກົນ ໄປຫາຊົນນະບົດ ໂດຍໃຫ້ມີການແບ່ງຂັ້ນຄຸ້ມຄອງຢ່າງຊັດເຈນ ແລະ ມີການປະສານງານລະຫວ່າງສູນກາງ ກັບ ທ້ອງຖິ່ນ ໂດຍສະເພາະອັນໃດແມ່ນສິດໃນການອະນຸຍາດຂອງແຂວງ ແລະ ອັນໃດເປັນສິດອະນຸ ມັດຂອງສູນກາງ ເພື່ອຫຼີກເວັ້ນບໍ່ໃຫ້ມີໂຄງການທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ,​ ສິ່ງແວດລ້ອມ ແລະ ທໍາມະຊາດ, ມີການຈັບຈອງໂຄງການ, ການຕໍ່ອາຍຸສັນຍາໂຄງການຫຼາຍຄັ້ງ, ການຂາຍໂຄງການ; ນອກຈາກນີ້, ກໍຄວນເອົາໃຈໃສ່ກວດກາການຊັ່ງນໍ້າໜັກລົດຂົນສົ່ງແຮ່ທາດ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບເລກທີ 9393/ຍທຂ, ລົງວັນທີ 13/4/2023.

2. ໃຫ້ຖືສຳຄັນການຄຸ້ມຄອງດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ລວມທັງການຄຸ້ມຄອງການເຂົ້າ-ອອກເມືອງ, ການອອກອະນຸຍາດໃຫ້ສັນຊາດແກ່ຄົນຕ່າງປະ ເທດ ໂດຍຜ່ານການອະນຸຍາດຂອງລັດຖະບານ, ຄວນຊອກວິທີແກ້ໄຂການຂາດແຄນແຮງງານ, ຄວນມີການປະສານງານກັບຜູ້ປະກອບການໃນການເຝິກອົບຮົມວິຊາຊີບໃຫ້ແກ່ແຮງງານ, ຫຼຸດຈໍານວນການນຳເຂົ້າແຮງງານຈາກຕ່າງປະເທດ ເຊິ່ງຕາມກົດໝາຍວ່າດ້ວຍແຮງງານ ແມ່ນອະນຸຍາດໃຫ້ມີແຮງງານຕ່າງປະເທດ 10% ແຕ່ໃນຕົວຈິງແມ່ນກົງກັນຂ້າມ; ເອົາໃຈໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການຕ້ານຢາເສບຕິດ ເຊິ່ງຈະປະຕິບັດໝົດປີ 2025.

3.​ ການແລກປ່ຽນດ້ານການຄ້າລາວ-ຫວຽດນາມ ຄວນຊອກໃຫ້ເຫັນໄດ້ທ່າແຮງຕ່າງໆຂອງແຂວງ, ຂອງເມືອງ ໃນການຜະລິດເພື່ອສົ່ງອອກ ເປັນຕົ້ນ: ໝາກໄມ້, ຜະລິດຕະພັນກະສິກໍາ ເພື່ອເພີ່ມບໍລິມາດດ້ານການຄ້າສອງສົ້ນໃຫ້ເພີ່ມຂຶ້ນ ກ້າວໄປເຖິງເປົ້າໝາຍ 5 ຕື້ໂດລາສະຫະລັດ ຂອງ 2 ລັດຖະບານວາງໄວ້ໃນຕໍ່ໜ້າໃຫ້ໄດ້.

ນອກຈາກເຮັດວຽກນຳການນຳຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງແລ້ວ, ຄະນະຍັງໄດ້ໄປເຮັດວຽກ ແລະ ຢ້ຽມຢາມໂຄງການຊ່ວຍເຫຼືອລ້າຂອງແຂວງ (ໂຮງໝໍແຂວງ), ຢ້ຽມຢາມບັນດາດ່ານຂອງແຂວງທີ່ເຊື່ອມຕໍ່ກັບ ສສ.ຫວຽດນາມ ເຊັ່ນ: ດ່ານສາກົນນໍ້າໂສຍ-ນາແມວ ທີ່ເມືອງໂສຍ, ດ່ານບ້ານດ່ານ-ຊຽງເຂືອງ ທີ່ເມືອງແອດ ແລະ ດ່ານປາຮ່າງ-ເມືອງສົບເບົາ; ຢ້ຽມຢາມພາກສະໜາມໂຄງການຂຸດຄົ້ນແຮ່ເຫຼັກ ຂອງກຸ່ມບໍລິສັດດວງຈະເລີນ ແລະ ບໍລິສັດຮວ່າງຟຸກລາງເຊີນ ທີ່ມີຂໍ້ຂັດແຍ້ງກັນໃນພື້ນທີ່ທັບຊ້ອນ ຢູ່ເມືອງວຽງໄຊ ແຂວງຫົວພັນ.

ຂ່າວ ຜູ້ແທນປະຊາຊົນ

- 4 - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ
- 5 - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ
- 3 - ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ພ້ອມແລກປ່ຽນຄຳຄິດເຫັນ 3 ບັນຫາ