ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ

- 482214055 1212766387525842 6836879750631575135 n - ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ
- kitchen vibe - ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ

ຂ່າວແຂວງບໍ່ແກ້ວລາຍງານວ່າ: ແຜນສູ້ຊົນຂອງແຂວງບໍ່ແກ້ວ ໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ ໃຫ້ຮູ້ວ່າ: ປີ 2025 ນີ້, ແຂວງບໍແກ້ວ ຈະສືບຕໍ່ສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 19 ບ້ານ; ໃນນັ້ນ,ເມືອງຫ້ວຍຊາຍມີ 1 ບ້ານ, ເມືອງຕົ້ນເຜິ້ງ 2 ບ້ານ, ເມືອງເມິງ 1 ບ້ານ, ເມືອງຜາອຸດົມ 10 ບ້ານແລະເມືອງປາກທາ 5 ບ້ານ, ສືບຕໍ່ກໍ່ສ້າງເສັ້ນທາງເຂົ້າຫາບ້ານໃຫ້ສາມາດທຽວໄດ້ 2 ລະດູ; ປັບປຸງແລະກໍ່ສ້າງລະບົບນໍ້າລິນບ້ານໃນເຂດພູດອຍໃຫ້ໄດ້ມາດຕະຖານແລະພຽງພໍ; ສ້າງຄອບຄົວພົ້ນທຸກພາຍໃນບ້ານໃຫ້ກວມ 70% ຂຶ້ນໄປ; ສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງຄື: ເມືອງປາກທາໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ 2 ມາດຕະຖານທີ່ຍັງບໍ່ທັນບັນລຸຄືມາດຕະຖານທີ 5 (ມີເສັ້ນທາງເຂົ້າເຖິງທຽວໄດ້ຕະຫຼອດປີແລະເຊື່ອມຈອດທຸກໆບ້ານພາຍໃນເມືອງ) ແລະມາດຕະຖານທີ 9 (ເມືອງມີບ້ານພົ້ນທຸກກວມ 70%ຂຶ້ນໄປ).

ສືບຕໍ່ສ້າງຄອບຄົວພັດທະນາໃຫ້ໄດ້ 4,286 ຄອບຄົວ, ສ້າງຄອບຄົວໃຫ້ກາຍ ເປັນຄອບຄົວຕົວແບບຕ່າງໆຂອງຂະແໜງການ ເຊັ່ນ: ຄອບຄົວສາມັກຄີປອງດອງ, ຄອບຄົວ 3 ດີ 6 ຮັກສາ, ຄອບຄົວວັດທະນະທໍາ, ຄອບຄົວປ້ອງກັນຊາດເຂັ້ມແຂງ, ຄອບຄົວ, ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີໃຫ້ກວມ 85% ຂຶ້ນໄປ; ສ້າງບ້ານພັດທະນາໃຫ້ໄດ້ 45 ບ້ານ; ໃນນັ້ນ, ເມືອງຫ້ວຍຊາຍມີ 8 ບ້ານ, ເມືອງຕົ້ນເຜິ້ງ 7 ບ້ານ, ເມືອງເມິງ 3 ບ້ານ, ເມືອງຜາອຸດົມ 18 ບ້ານແລະເມືອງປາກທາ 9 ບ້ານ; ສ້າງບ້ານໃຫ້ກາຍເປັນບ້ານຕົວແບບຕ່າງໆ.

ນອກຈາກນີ້, ຈະສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 2 ເມືອງຄື: ເມືອງຫ້ວຍຊາຍແລະເມືອງຕົ້ນເຜິ້ງ ໂດຍສ້າງເມືອງຫ້ວຍຊາຍແລະເມືອງຕົ້ນເຜິ້ງໃຫ້ກາຍເປັນເມືອງເຂັ້ນແຂງຮອບດ້ານ; ສືບຕໍ່ປະຕິບັດຕາມ4ມາດຕະຖານ6ຕົວຊີ້ບອກທີ່ຍັງບໍ່ທັນບັນລຸຄືສ້າງຄອບຄົວແລະບ້ານພັດທະນາໃຫ້ກວມ85%ຂຶ້ນໄປ, ສ້າງຖານລາຍຮັບເພື່ອຕອບສະໜອງໃຫ້ແກ່ລາຍຈ່າຍ, ມີເງິນແຮສຸກເສີນຕາມນະໂຍບາຍງົບປະ ມານ,ສ້າງເມືອງ ໃຫ້ເປັນເມືອງກໍາມະບານ5ເປັນເຈົ້າແລະເປັນເມືອງສະຫະພັນນັກ ຮົບເກົ່າ3ດີ6 ຮັກສາ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ-ບ້ານປ້ອງກັນຄວາມສະຫງົບດີໃຫ້ກວມ 85% ຂຶ້ນໄປ.

- 5 - ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ
- 3 - ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ
- 4 - ປີ 2025 ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 2,446 ຄອບຄົວ