ພາບຄວາມເສຍຫາຍຈາກພາຍຸໄຊໂຄນ ອັນເຟດ ພັດຖະຫລົ່ມອົດສະຕຣາລີ

ສໍານັກຂ່າວຣອຍເຕີ ລາຍງານວັນທີ 9 ມີນາ 2025 ນີ້ວ່າ: ພາຍຸໄຊໂຄນ ອັນເຟດ (Alfred) ໄດ້ອ່ອນກໍາລັງລົງ ເປັນພາຍຸເຂດຮ້ອນແລ້ວ ຫລັງຈາກພັດຖະຫລົ່ມແຄມຝັ່ງຕາເວັນອອກຂອງປະເທດອົດສະຕຣາລີ ວັນທີ 8 ມີນາ ເຊິ່ງເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ເຮັດໃຫ້ອາຄານບ້ານເຮືອນເສຍຫາຍ ແລະ ຕົ້ນໄມ້ລົ້ມເປັນຈໍານວນຫລາຍ ຈົນທາງການຕ້ອງເຕືອນໄພນໍ້າຖ້ວມ.
ຕາມການລາຍງານຂອງນາຍົກລັດຖະມົນຕີຂອງອົດສະຕຣາລີໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 1 ຄົນ ຈາກນໍ້າຖ້ວມໃນລັດນິວເຊົາເວສຕອນເໜືອ, ພ້ອມທັງເຕືອນປະຊາຊົນວ່າສະຖານະການໃນລັດຄວີນແລນ ແລະ ລັດນິວເຊົາເວສຕອນເໜືອ ຍັງຮຸນແຮງ ເນື່ອງຈາກເກີດນໍ້າຖ້ວມກະທັນຫັນ ແລະ ລົມແຮງ ພ້ອມກັບເຕືອນປະຊາຊົນກຽມພ້ອມຮັບມືກັບນໍ້າຖ້ວມກະທັນຫັນຈາກຝົນທີ່ອາດຈະຍັງສືບຕໍ່ຕົກໃນອີກຫລາຍມື້ຂ້າງໜ້າ.

ພ້ອມດຽວກັນບໍລິສັດ Energy ຜູ້ຈໍາໜ່າຍພະລັງງານລະບຸວ່າ ປະຊາຊົນໃນພື້ນທີ່ຕາເວັນອອກສຽງໃຕ້ຂອງລັດຄວີນແລນບໍ່ມີໄຟຟ້າໃຊ້ຫລາຍກວ່າ 300,000 ຄົນ.