ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ

- 481986281 1232390791583003 6807089310187879288 n - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ
- kitchen vibe - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ

ໂດຍ: ທິດກໍ່າ

ກ້າວເຂົ້າສູ່ລະດູການນີ້ ສະພາບອາກາດມັນຮ້ອນອົບເອົ້າ ທາງກົມອຸຕຸກໍໄດ້ອອກມາເຕືອນ ໂດຍສະເພາະບັນດາແຂວງພາກເໜືອ, ພາກຕາເວັນຕົກ ແລະ ພາກໃຕ້ ໃນຕອນບ່າຍອຸນຫະພູມຈະສູງເຖິງ 38 ອົງສາ ຈຶ່ງຂໍໃຫ້ທຸກຄົນ, ທຸກຫລັງຄາເຮືອນພ້ອມກັນມີສະຕິລະວັງຕົວຕໍ່ອັກຄີໄພທີ່ຈະກາຍເປັນມັດຈຸລາດລ້າງຜານຊີວິດ ແລະ ຊັບສິນຢ່າງສິ້ນເນື້ອປະດາຕົວ.

- Visit Laos Visit SALANA BOUTIQUE HOTEL - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ
- Visit Laos Visit SALANA BOUTIQUE HOTEL - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ

ຕົກມາໃນທ້າຍເດືອນກຸມພາ 2025 ປາກົດວ່າແຫລ່ງຂ່າວຄາວກ່ຽວກັບໄຟໄໝ້ເຮືອນແມ່ນມີໃຫ້ເຫັນຢ່າງລຽນຕິດ, ໃນເຫດການທີ່ສະເທືອນຂວັນ ເຫດການໄຟໄໝ້ ແລະ ລະເບີດຢູ່ແຂວງອຸດົມໄຊ ແລະ ຢູ່ນະຄອນຫລວງຄືເຫດການໄຟໄໝເຮືອນເຈົ້າຂອງແບຣນດັງ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈົນເຮັດໃຫ້ຜູ້ກ່ຽວເສຍຊີວິດ, ເຮືອນຊານທີ່ເປັນຄະລືຫາດ ແລະ ຊັບສິນຖືກໄຟໄໝ້ຈົນກ້ຽງ. ອີກເຫດການໜຶ່ງກໍແມ່ນໄຟໄໝ້ເຮືອນຂອງປະຊາຊົນຢູ່ບ້ານດອນໂຂງ ເມືອງໂຂງ ແຂວງຈໍາປາສັກ ໃນວັນທີ 28 ກຸມພາ 2025 ຜ່ານມານີ້ເອງ ແລະ ຍັງມີຫລາຍຫລັງຄາເຮືອນຢູ່ຫລາຍທ້ອງຖິ່ນເຂດແຂວງຖືກໄຟໄໝ້ໃນທົ່ວປະເທດ. ໃນສອງສາມເຫດການທີ່ຍົກຂຶ້ນມາເປັນພຽງຕົວຢ່າງ ໃຫ້ພວກເຮົາຮູ້ວ່າ ກ້າວເຂົ້າລະດູຮ້ອນ ອັກຄີໄພມັນເກີດໄດ້ທຸກເມື່ອ ຖ້າພວກເຮົາມີຄວາມປະໝາດຂາດສະຕິ. ສ່ວນທີ່ມາຂອງອັກຄີໄພນັ້ນມັນກໍມີຫລາຍສາເຫດ ແລະ ຫລາຍປັດໄຈ ເປັນຕົ້ນເກີດຈາກໄຟຟ້າຊ໊ອດລັດວົງຈອນ ເກີດຈາກລະບົບສາຍໄຟຊຸດໂຊມເສຍຄຸນຜ່ານການນໍາໃຊ້ມາຫລາຍປີບໍ່ມີການກວດກາ ຫລື ປ່ຽນຖ່າຍ, ເກີດຈາກການໄຕ້ທູບໄຕ້ທຽນໃນວັນສິນວັນພະ, ເກີດຈາກການຈູດຂີ້ເຫຍື້ອ, ຈູດປ່າແລ້ວປະປ່ອຍໃຫ້ມັນລາມໄໝ້ໄປທົ່ວທີບ ແລະ ຈາກກໍລະນີອື່ນໆທີ່ເຮົາບໍ່ໄດ້ຄາດຄິດ ຫລື ຍ້ອນຄວາມປະໝາດນັ້ນເອງ.

ຢ່າງໃດກໍດີ, ເພື່ອຫລີກລ່ຽງຄວາມຫາຍະນະຍ້ອນອັກຄີໄພມັນກໍມີຫລາຍທາງອອກ ເປັນຕົ້ນຫ້າມໃຊ້ໄຟເກີນກໍານົດ, ໝັ່ນກວດກາລະບົບໄຟໃນຄົວເຮືອນເລື້ອຍໆ, ທຸກຄັ້ງຫລັງຈາກໄຕ້ທູບທຽນບູຊາໄຫວ້ພະຕ້ອງມອດທັນທີ, ມີສະຕິໃນການນໍາໃຊ້ໄຟຟ້າ ແລະ ໃຊ້ຟືນໄຟແຕ່ງຢູ່ຄົວກິນ ແລະ ອື່ນໆ.

ນອກຈາກບັນຫາທີ່ກ່າວມາຂ້າງເທິງນີ້ແລ້ວ ເພື່ອເປັນການປ້ອງກັນສະກັດກັ້ນຂະແໜງການກ່ຽວຂ້ອງ ໂດຍສະເພາະຕໍາຫລວດດັບເພີງຄວນອອກແຈ້ງການໃຫ້ທົ່ວສັງຄົມມີສະຕິໃນການຕ້ານອັກຄີໄພໃນຊ່ວງທີ່ມີຄວາມສ່ຽງ ໄປຄຽງຄູ່ກັບຄວາມພ້ອມໃນການຮັບມືກັບເຫດການໄຟໄໝ້ໃນທຸກກໍລະນີ, ທຸກສະຖານທີ່ຕະຫລອດ 24 ຊົ່ວໂມງ. ຖ້າມີເຫດການໄຟໄໝ້ຢູ່ບ່ອນໃດ ຕໍາຫລວດມອດໄຟຕ້ອງມີໜ້າປະຈັນບານດັບໄຟຢ່າງທັນການກ່ອນມັນຈະສາຍເກີນແກ້.

- 4 - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ
- 3 - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ
- 5 - ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ