ຍີ່ປຸ່ນລົງນາມໃຫ້ທຶນຊ່ວຍເຫລືອລ້າ 96,600 ໂດລາ ເພື່ອຍົກລະດັບການສຶກສາຢູ່ອຸດົມໄຊ

ໜັງສືພິມປະຊາຊົນລາຍງານວັນທີ 10 ມີນາ 2025 ນີ້ວ່າ: ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ຄຳທ່ຽງ ທໍ່ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫຼາ ແຂວງອຸດົມໄຊ ລົງນາມໃນສັນຍາ ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).
ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານລາວຫວາງ ເມືອງຫຼາ ແຂວງອຸດົມໄຊ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນກຽມປະຖົມ ແລະ ຊັ້ນປະຖົມຂອງເດັກ ນ້ອຍໃນທ້ອງຖິ່ນ.
ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບ ສະໜູນໃຫ້ແກ່ແຂວງອຸດົມໄຊລວມເປັນມູນຄ່າທັງໝົດ ຫຼາຍກວ່າ 2,500,000 ໂດລາ ໃນດ້ານສາທາລະນະສຸກ, ການສຶກສາ, ໂຄງລ່າງພື້ນຖານ, ລະບົບນ້ຳລິນ ແລະ ກະສິກຳ. ປະເທດຍີ່ປຸ່ນຈະສືບ ຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນດ້ານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.
ທີ່ມາ: ໜັງສືພິມປະຊາຊົນ