ຄຳມ່ວນອະນຸມັດ ບໍລິສັດການຄ້າ ແລະ ພັດທະນາກະສິກຳ ສຳປະທານເນື້ອທີ່ດິນ 4 ເຮັກຕາ ຂຸດຄົ້ນ ປຸງແຕ່ງຫີນອ່ອນ ມາໂບ້

ຂ່າວແຂວງຄຳມ່ວນລາຍງານວ່າ ວັນທີ 07 ມີນາ 2025 ຜ່ານມານີ້ ແຂວງຄຳມ່ວນ ເຊັນສັນຍາອະມຸມັດໂຄງການສໍາປະທານເນື້ອທີ່ດິນ ເພື່ອຂຸດຄົ້ນ ແລະ ສ້າງຕັ້ງໂຮງງານ ປຸງແຕ່ງຫີນອ່ອນມາໂບ້ (Marble) ຢູ່ບ້ານນາດີ ເມືອງມະຫາໄຊ ແຂວງຄຳມ່ວນ ຕາງໜ້າເຊັນໂດຍ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ບໍລິສັດ (ຜູ້ລົງທຶນ) ຕາງໜ້າ ໂດຍທ່ານ ນາງ ມະນີວັນ ໄຊຍະຈັກ ປະທານບໍລິສັດ ຟູເປົ່າການຄ້າ ແລະ ພັດທະນາກະສິກຳ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການອະນຸມັດສັນຍາໂຄງການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນອ່ອນ ມາໂບ້ ດັ່ງກ່າວ ມີເນື້ອທີ່ 4 ເຮັກຕາ, ກໍານົດເວລາໃນການສຳປະທານ 5 ປີ ແລະ ສາມາດຕໍ່ໄດ້ຕາມລະບຽບກົດໝາຍ. ສໍາລັບບາດກ້າວດຳເນີນໂຄງການຈັດແບ່ງເປັນແຕ່ລະໄລຍະຕົວຈິງຄື: ບຸກເບີກສະຖານທີ່ຂຸດຄົ້ນ ແລະ ເກັບມ້ຽນຫີນອ່ອນມາໂບ້, ກໍ່ສ້າງເສັ້ນທາງເຂົ້າສູ່ສະຖານທີ່ທຳການຂຸດຄົ້ນ ແລະ ກໍ່ສ້າງຫ້ອງການ, ຕິດຕັ້ງອຸປະກອນ ແລະ ເຄື່ອງຈັກ, ດຳເນີນການຜະລິດ-ຈໍາໜ່າຍ ແລະ ດຳເນີນກິດຈະກຳອື່ນໆ ທີ່ຕິດພັນ. ສ່ວນທຶນທີ່ຈະລົງທຶນໃນກິດຈະການຕ່າງໆ ຂອງໂຄງການມີມູນຄ່າທັງໝົດ 1,100,000 ໂດລາສະຫະລັດ ເຊິ່ງເປັນຮູບການລົງທຶນພາຍໃນ 100%.