4 ຂັ້ນຕອນພອກໜ້າຂາວໃສດ້ວຍນົມສົ້ມ
December 7, 2017 - 1:23 PM

ບັນຫາໃບໜ້າໝອງຄຳ້, ຈືດໂຊມ, ເບິ່ງເຖົ້າກ່ວາອາຍຸ ອາດກຳລັງສ້າງຄວາມໜັກໃຈໃຫ້ກັບຫລາຍຄົນໃນຂະນະນີ້ ແລະ ມື້ນີ້ ພວກເຮົາກໍມີສູດພອກໜ້າໃຫ້ຂາວສົດໃສດ້ວຍນົມສົ້ມທີ່ທ່ານສາມາດເຮັດເອງໄດ້ງ່າຍໆມາແນະນຳ.
– ສິ່ງທີ່ຕ້ອງກະກຽມ :
- ນົມສົ້ມແຊ່ເຢັນ.
- ສຳລີແຜ່ນ.
- ຖ້ວຍນ້ອຍ.
– ວິທີເຮັດ :
- ເທນົມສົ້ມທີ່ແຊ່ເຢັນແລ້ວລົງໃນຖ້ວຍນ້ອຍທີ່ກຽມໄວ້.
- ເອົາສຳລີຈຸ່ມລົງໄປປະໃຫ້ນົມສົ້ມຊຶມເຂົ້າສຳລີຈົນເຕັມແຜ່ນ.
- ຈາກນັ້ນເອົາສຳລີແຜ່ນທີ່ໄດ້ມາແປະໃຫ້ທົ່ວໃບໜ້າ ປະໄວ້ປະມານ 30 ນາທີ.
- ເມື່ອຮອດກຳນົດເວລາແລ້ວກໍເອົາສຳລີອອກຈາກໃບໜ້າ ແລ້ວໃຊ້ຜ້າເຊັດໜ້າຈຸ່ມນຳ້ເຢັນໆມາເຊັດໜ້າອີກເທື່ອໜຶ່ງ.
ພຽງເທົ່ານີ້ໃບໜ້າຂອງທ່ານກໍໍຈະກັບມາສົດໃສກ້ຽງງາມຂຶ້ນໄດ້ ສູດນີ້ສາມາດເຮັດໄດ້ທຸກໆມື້ໂດຍບໍ່ເຮັດໃຫ້ເກີດອາການແພ້ໃດໆ.