ອະດີດປະທານາທິບໍດີຟີລິບປິນ ດູເຕີເຕ ຖືກຈັບແລ້ວໃນນະຄອນຫລວງມະນິລາ ພາຍຫລັງ ICC ອອກໝາຍຈັບ

ອະດີດປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ຖືກຄວບຄຸມຕົວພາຍຫລັງຖືກສານອາຍາສາກົນ (ICC) ອອກໝາຍຈັບ ເນື່ອງຈາກນະໂຍບາຍປາບປາມການຄ້າຢາເສບຕິດທີ່ທ່ານເຄີຍໃຊ້ສະໄໝດໍາລົງຕໍາແໜ່ງຜູ້ນໍາປະເທດ.
ທໍານຽບປະທານາທິບໍດີຟີລິບປິນລະບຸວ່າ: ທ່ານ ດູເຕີເຕ ຖືກຈັບໃນວັນທີ 11 ມີນານີ້ ຢູ່ສະໜາມບິນມະນິລາ ພາຍຫລັງເດີນທາງກັບຈາກຮົງກົງ.
ທໍານຽບປະທານາທິບໍດີກ່າວໃນຖະແຫລງການວ່າ: ຕໍາຫລວດສາກົນ ນະຄອນຫລວງມະນິລາ ໄດ້ຮັບສໍາເນົາໝາຍຈັບຢ່າງເປັນທາງການຈາກ ICC ໃນຕອນເຊົ້າວັນທີ 11 ມີນານີ້ ແລະ ຕອນນີ້ ທ່ານ ດູເຕີເຕ ຖືກເຈົ້າໜ້າທີ່ຄວບຄຸມຕົວແລ້ວ.
ທ່ານ ດູເຕີເຕ ອາຍຸ 79 ປີ ຫາກໍໃຫ້ຄວາມເຫັນເມື່ອບໍ່ເທົ່າໃດວັນຜ່ານມາ ເລື່ອງທີ່ທ່ານຈະຖືກໝາຍຈັບວ່າ: ຖ້ານັ້ນຄືຊະຕາກໍາຂອງຂ້າພະເຈົ້າກໍບໍ່ເປັນຫຍັງ, ຂ້າພະເຈົ້າຍອມຮັບມັນ ຖ້າຕ້ອງຖືກຈັບ ຫລື ຕ້ອງຕິດຄຸກກໍຊ່ວຍບໍ່ໄດ້.
ສໍານັກຂ່າວເດິ ກາດ້ຽນ ລາຍງານວ່າ: ທ່ານ ດູເຕີເຕ ກ້າວຂຶ້ນມາເປັນປະທານາທິບໍດີໃນປີ 2016 ພາຍຫລັງໃຫ້ຄໍາໝັ້ນວ່າຈະປາບປາມຢາເສບຕິດໃຫ້ໝົດປະເທດຢ່າງໂຫດຫ້ຽມ ໂດຍທ່ານເຄີຍປາໄສລະຫວ່າງການເດີນສາຍຫາສຽງວ່າ: ຈະມີສົບຈໍານວນຫລາຍຖືກຖິ້ມຢູ່ອ່າວມະນິລາຈົນພວກປາຕ້ອງຕຸ້ຍພີຈາກການກິນຊາກສົບເຫລົ່ານັ້ນ.
ຂໍ້ມູນຈາກ ICC ຊີ້ວ່າ: ນັບແຕ່ທ່ານຊະນະການເລືອກຕັ້ງ ມີພົນລະເຮືອນປະມານ 12,000-30,000 ທີ່ຖືກສັງຫານໃນປະຕິບັດການປາບປາມຢາເສບຕິດ ໂດຍເຫຍື່ອສ່ວນຫລາຍເປັນຜູ້ຊາຍຈາກເຂດເມືອງທີ່ທຸກຍາກ ເຊິ່ງຖືກຕໍາຫລວດ ຫລື ຜູ້ກໍ່ເຫດບໍ່ຮູ້ຊື່ຍິງເສຍຊີວິດຕາມຖະໜົນ.
ທັງນີ້, ການສອບສວນຂອງ ICC ກ່ຽວກັບການສັງຫານໝູ່ເພື່ອຕໍ່ຕ້ານຢາເສບຕິດ ຄວບຄຸມເຖິງຄະດີທີ່ຖືກກ່າວຫາວ່າກະທໍາລະຫວ່າງເດືອນພະຈິກ 2011 ເຖິງມິຖຸນາ 2016 ລວມທັງການສັງຫານນອກຂະບວນການຍຸຕິທໍາຫລາຍຄັ້ງຢູ່ເມືອງດາເວົາ ລວມທັງເຫດການທີ່ເກີດຂຶ້ນທົ່ວປະເທດລະຫວ່າງທີ່ທ່ານດໍາລົງຕໍາແໜ່ງປະທານາທິບໍດີຈົນຮອດວັນທີ 16 ມີນາ 2019 ເຊິ່ງເປັນໄລຍະທີ່ຟີລິບປິນຖອນຕົວຈາກ ICC.