ບາງອາຫານທີ່ຄວນຫລີກເວັ້ນຖ້າທ່ານຍັງບໍ່ຢາກຕຸ້ຍ

1. ສານກັນບູດ (Preservative) : ສານກັນບູດທີ່ນຳມາໃຊ້ໃນການຖະໜອມອາຫານນັ້ນມີສ່ວນເຮັດໃຫ້ການເຜົາຜານ ອາຫານຫລຸດລົງ ແລະ ຍັງມີຜົນກະທົບຕໍ່ການຫລຸດນຳ້ໜັກ ດັ່ງນັ້ນ ເຮົາຄວນທີ່ຈະຫລຸດອາຫານທີ່ມີສ່ວນປະສົມຂອງສານກັນບູດລົງ ລວມທັງເຄື່ອງດື່ມຊະນິດທີ່ມີຟອງຫລາຍ.
2. ໄຂມັນທຣານ (Trans Fat) : ໄຂມັນທຣານ ພົບຫລາຍໃນກຸ່ມອາຫານຈານດ່ວນ ເຊິ່ງໃຊ້ນຳ້ມັນສຳລັບຈືນໄກ່, ມັນຝຣັ່ງ, ໂດນັດ ລວມເຖິງນຳມາປະກອບອາຫານປະເພດເບເກີຣີ, ຂະໜົມກິນຫລິ້ນ, ຄຣີມທຽມ ແລະ ວິບປິ້ງຄຣີມ ເປັນຕົ້ນ ເຊິ່ງອາຫານປະເພດນີ້ຄວນຫລີກເວັ້ນ ເພາະສ່ຽງຕໍ່ການຫລຸດນຳ້ໜັກ ຈົນເຮັດໃຫ້ເກີດພະຍາດອື່ນໆຕາມມາ ເຊັ່ນ : ໄຂມັນອັດຕັນໃນເສັ້ນເລືອດ, ພະຍາດຫົວໃຈ, ຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ຫລອດເລືອດຫົວໃຈຕີບ ເປັນຕົ້ນ.
3. ແປ້ງຂັດຂາວ (Refined Flour) : ແປ້ງຂັດຂາວເປັນສານທີ່ຍ່ອຍໄດ້ງ່າຍ ເຊິ່ງຈະເຮັດໃຫ້ລະດັບນຳ້ຕານໃນເສັ້ນເລືອດເພີ່ມຂຶ້ນເທົ່າໆກັບລະດັບອິນຊູລິນສູງ ມັກຈະປ່ຽນພະລັງງານໃຫ້ເປັນໄຂມັນ ເຊິ່ງແປ້ງຂັດຂາວພົບຫລາຍໃນເຂົ້າໜົມປັງ, ເຂົ້າຈີ່, ເຝີ, ຂະໜົມເຄັກ, ຂະໜົມກິນຫລິ້ນ, ຄຸກກີ້, ໝີ່ສຳເລັດຮູບ ເປັນຕົ້ນ ເຊິ່ງອາຫານເຫລົ່ານີ້ເມື່ອກິນໄປແລ້ວຈະສົ່ງຜົນໃຫ້ການຫລຸດນຳ້ໜັກນັ້ນເປັນໄປໄດ້ຍາກຂຶ້ນ.
4. ອາຫານໄດເອັດ (Diet) : ຜົນການວິໄຈຈາກປະເທດສະຫະລັດອາເມລິກາ ພົບວ່າອາຫານປະເພດໄດເອັດ ຫລື ອາຫານທີ່ມີໄຂມັນຕໍ່າ ສົ່ງຜົນໃຫ້ຜູ້ທີ່ກິນນັ້ນກິນຫລາຍຍິ່ງຂຶ້ນກ່ວາເກົ່າ.
5. ຖົ່ວເຫລືອງ (Soybean) : ຖົ່ວເຫລືອງຈະມີສານໄອໂຊຟລາໂວນ ເຊິ່ງຈະເຮັດໜ້າທີ່ຄ້າຍໆກັບສານເອສໂຕຣເຈນ ຄືຈະເປັນໂຕສົ່ງເສີມການສະສົມໄຂມັນໄວ້ໃນຮ່າງກາຍຂອງເຮົາ.
6. ອານກໍຮໍ (Alcohol) : ເຄື່ອງດື່ມປະເພດທີ່ມີສ່ວນປະສົມຂອງອານກໍຮໍ ຈະສົ່ງຜົນເຮັດໃຫ້ມີການສະສົມຂອງໄຂມັນ, ຫລຸດການຈະເລີນເຕີບໃຫຍ່ຂອງກ້າມຊີ້ນ ສົ່ງຜົນໃຫ້ນຳ້ໜັກເພີ່ມຂຶ້ນ ເນື່ອງຈາກວ່າອານກໍໍຮໍທີ່ດື່ມເຂົ້າໄປ ຮ່າງກາຍຈະຫລັ່ງສານເອສໂຕຣເຈນໃນກະແສເລືອດ ເຮັດໃຫ້ເກີດຜົນກະທົບດັ່ງກ່າວ.