ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້

ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - 483487008 122143676828388511 6493856377842057976 n - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້
ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - kitchen vibe - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້

ວັນທີ 12 ມີນາ 2025 ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ເລັ່ງປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ໂດຍການເປັນປະທານຂອງທ່ານ ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ປະທານສະພາບໍລິຫານລັດວິສາຫະກິດນ້ຳປະປາ ນວ.

ລັດວິສາຫະກິດນໍ້າປະປາ ນະຄອນຫລວງວ ລາຍງານວ່າ ກຳລັງການຜະລິດນໍ້າປະປາຈາກ 6 ໂຮງງານໄດ້ພຽງແຕ່ 348,000 ແມັດກ້ອນຕໍ່ວັນ ອັດຕານໍ້າສູນເສຍ 26% ສະນັ້ນ, ນໍ້າປະປາທີ່ຈະໄຫລໄປສູ່ຄົວເຮືອນກໍຄືສູ່ບັນດາໂຮງຈັກໂຮງງານສຳນັກງານຫ້ອງການມີພຽງແຕ່ 260,000 ແມັດກ້ອນ ແຕ່ຄວາມຕ້ອງການໃຊ້ນໍ້າຕົວຈິງໃນປັດຈຸບັນແມ່ນປະມານ 400,000 ແມັດກ້ອນຕໍ່ວັນ ເຊັ່ນ ເຂດເສດຖະກິດກວມລວມໄຊເສດຖາ ມີຄວາມຕ້ອງການ 40,000 ແມັດກ້ອນຕໍ່ວັນແຕ່ສາມາດສະໜອງໄດ້ພຽງແຕ່ 20,000 ແມັດກ້ອນຕໍ່ວັນ ນອກນັ້ນ, ເຂດໂຮງງານເບຍລາວ, ບຶງທາດຫລວງ, ໜອງຈັນ ກໍມີຄວາມຕ້ອງການຫລາຍເຊັ່ນດຽວກັນ.

ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - Visit Laos Visit SALANA BOUTIQUE HOTEL - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້
ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - Visit Laos Visit SALANA BOUTIQUE HOTEL - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້

ທ່ານສິລິລາດ ທົງສິນ ກ່າວວ່າ: ອີງໃສ່ສະຖິຕິການຊົມໃຊ້ນໍ້າປະປາແມ່ນມີທ່າອ່ຽງການຂະຫຍາຍຕົວຢ່າງໄວວາ ເນື່ອງຈາກການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງກ້າວກະໂດດຖ້າທຽບໃສ່ການຂະຫຍາຍກຳລັງການຜະລິດຂອງໂຮງງານນໍ້າປະປາ ແຕ່ກົງກັນຂ້າມການສ້າງໂຮງງານນໍ້າປະປາສຳພັດບໍ່ໄດ້ຮັບການກໍ່ສ້າງຂະຫຍາຍຕົວໄປຄຽງຄູ່ກັບຄວາມຕ້ອງການຊົມໃຊ້ນໍ້າປະປາ. ສະນັ້ນ, ຈຶ່ງກໍ່ໃຫ້ເກີດຄວາມຕ້ອງການຊົມໃຊ້ຫລາຍກວ່າການສະໜອງ ຕໍ່ກັບສະພາບດັ່ງກ່າວອົງການປົກຄອງ ນວ ກໍໄດ້ຕິດຕາມຊຸກຍູ້ ແລະ ໃກ້ຊິດຕິດແທດຕະຫລອດມາເພື່ອແກ້ໄຂ້ບັນຫາຄວາມຕ້ອງການຂອງການຊົມໃຊ້ນໍ້າປະປາ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາຢ່າງທົ່ວເຖິງ ແລະ ພຽງພໍ.

ໄລຍະຜ່ານມາ ອົງການປົກຄອງ ນວ ກໍໄດ້ອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນ ກໍ່ສ້າງໂຮງງານນໍ້າປະປາທີ່ບ້ານທ່າດອກຄຳ ເມືອງໄຊທານີ 100,000 ແມັດກ້ອນ, ກຳລັງຄົ້ນຄວ້າພິຈາລະນາອະນຸມັດໃຫ້ກໍສ້າງໂຮງງານຢູ່ ບ້ານຫ້ວຍຫ້ອມ 20,000 ແມັດກ້ອນ ແລະ ກຳລັງຈະຈັດຕັ້ງປະຕິບັດລົງມືກໍ່ສ້າງໂຮງງານຜະລິດນໍ້າຢູ່ຈີ່ນາຍໂມ້ຕື່ມອີກ 40,000 ແມັດກ້ອນຕໍ່ວັນ ພ້ອມກັນນັ້ນ ອົງການປົກຄອງ ນວ ກໍໄດ້ລະດົມຂົນຂວາຍ ແລະ ຊຸກຍູ້ໃຫ້ພາກເອກະຊົນກໍຄືຫົວໜ່ວຍທຸລະກິດໄດ້ພ້ອມກັນລົງທຶນເຂົ້າໃສ່ການກໍ່ສ້າງໂຮງງານ ແລະ ວາງລະບົບສາຍທໍ່ນໍ້າປະປາເພື່ອໃຫ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງ ສັງຄົມຢ່າງພຽງພໍ.

ບັນຫາດັ່ງກ່າວຈຶ່ງໄດ້ກາຍເປັນສິ່ງທ້າທາຍຕໍ່ອົງການປົກຄອງ ນວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຊອກຫາວິທີທາງແກ້ໄຂກໍຄືສະໜອງນ້ຳໄດ້ຢ່າງທົ່ວເຖິງ ແລະ ພຽງພໍກັບຄວາມຕ້ອງການ.

ທີ່ມາ: ໜັງສືພິມວຽງຈັນໃໝ່

ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - 3 - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້
ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - 4 - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້
ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້ - 5 - ປຶກສາຫາລື ແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍກັບການຊົມໃຊ້