ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - a thep my jpeg 1741706040 2659 4499 8752 1741752385 - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ
ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - kitchen vibe - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

        ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃຫ້ຄໍາໝັ້ນວ່າຈະເພີ່ມພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາສອງເທົ່າຈາກ 25% ເປັນ 50%, ແຕ່ທ່ານພັດປ່ຽນໃຈໃນເວລາຕໍ່ມາ ຖືເປັນການເຄື່ອນໄຫວຢ່າງວ່ອງໄວທີ່ເຮັດໃຫ້ຕະຫລາດການເງິນເກີດຄວາມປັ່ນປ່ວນ.

       ທ່ານ ທຣໍາ ຕັດສິນໃຈຂຶ້ນພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາ ພາຍຫລັງທ່ານ ດັກ ຟອດ ເຈົ້າຄອງລັດອອນແທຣີໂອ ປະກາດວ່າຈະເກັບຄ່າທໍານຽມກະແສໄຟຟ້າເພີ່ມອີກ 25% ກັບສາມລັດຂອງອາເມລິກາ ໄດ້ແກ່ ມິຊິແກນ, ມິນນິໂຊຕາ ແລະ ນິວຢອກ ຖ້າທ່ານ ທຣໍາ ບໍ່ຍົກເລີກຂູ່ເກັບພາສີສິນຄ້ານໍາເຂົ້າຂອງການາດາ.

ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - Visit Laos Visit SALANA BOUTIQUE HOTEL - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ
ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - Visit Laos Visit SALANA BOUTIQUE HOTEL - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

        ແຕ່ເມື່ອຜະເຊີນການຂົ່ມຂູ່ເກັບພາສີໂລຫະໃນອັດຕາ 50% ທ່ານ ຟອດ ໄດ້ຕົກລົງຈະຢຸດການເກັບຄ່າທໍານຽມໄຟຟ້າ ແລະ ຈະພົບປະຫາລືກັບທ່ານ ໂຮວາດ ລຸດນິກ ລັດຖະມົນຕີກະຊວງການຄ້າອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 13 ມີນານີ້ ສົ່ງຜົນເຮັດໃຫ້ທ່ານ ທຣໍາ ຖອນຄໍາສັ່ງເລື່ອງພາສີເຫລັກ ແລະ ອາລູມີນຽມໃນເວລາຕໍ່ມາ.

       ເຖິງຢ່າງໃດກໍຕາມ, ການປ່ຽນທ່າທີຢ່າງວ່ອງໄວຂອງທ່ານ ທຣໍາ ເຮັດໃຫ້ຕະຫລາດການເງິນເກີດຄວາມປັ່ນປ່ວນ ແລະ ກະຕຸ້ນໃຫ້ເກີດຄວາມກັງວົນວ່າຈະເກີດສະພາບເງິນເຟີ້ອີກ.

       ຕໍ່ຈາກນັ້ນ, ທໍານຽບຂາວປະກາດວ່າຈະດໍາເນີນງານຕາມແຜນທີ່ວາງໄວ້ກ່ອນໜ້ານີ້ ໃນການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຈາກການາດາ ແລະ ປະເທດອື່ນໆທັງໝົດ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 12 ມີນາ ໂດຍບໍ່ມີຂໍ້ຍົກເວັ້ນ.

      ການຕອບໂຕ້ໄປມາລະຫວ່າງອາເມລິກາກັບການາດາ ເຮັດໃຫ້ຕະຫລາດການເງິນທີ່ໄດ້ຮັບຜົນກະທົບຈາກການເກັບພາສີຂອງທ່ານ ທຣໍາ ຜັນຜວນຍິ່ງຂຶ້ນ ເຊິ່ງທ່ານ ທຣໍາ ກ່າວວ່າ: ຕະຫລາດຈະມີທັງຂາຂຶ້ນ ແລະ ຂາລົງ, ແຕ່ທ່ານຈໍາເປັນຕ້ອງຟື້ນຟູເສດຖະກິດ.

ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - 4 - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ
ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - 3 - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ
ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ - 5 - ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ