EU ຂຶ້ນພາສີສິນຄ້າອາເມລິກາ 25% ຕອບໂຕ້ຖືກຂຶ້ນພາສີເຫລັກ-ອາລູມີນຽມ

ສະຫະພາບເອີຣົບຕອບໂຕ້ການຖືກອາເມລິກາເກັບພາສີເຫລັກ ແລະ ອາລູມີນຽມອີກ 25% ດ້ວຍການຂຶ້ນພາສີສິນຄ້າຂອງອີຝ່າຍໃນອັດຕາທີ່ເທົ່າກັນ.
ຄະນະກໍາມາທິການເອີຣົບ (EC) ເຊິ່ງເປັນອົງກອນຝ່າຍບໍລິຫານຂອງສະຫະພາບເອີຣົບ (EU) ອອກຖະແຫລງການວ່າ: “ເສຍໃຈຢ່າງຍິ່ງ” ຕໍ່ກໍລະນີອາເມລິກາເດີນໜ້າມາດຕະການກໍາແພງພາສີອີກ 25% ຕໍ່ຜະລິດຕະພັນເຫລັກ ແລະ ອາລູມີນຽມຂອງ EU ເຊິ່ງຖືເປັນການກີດກັນການຄ້າ ແລະ ເປັນການໃຊ້ນະໂຍບາຍທີ່ບໍ່ຍຸຕິທໍາ.
ດັ່ງນັ້ນ, EU ຈໍາເປັນຕ້ອງໃຊ້ມາດຕະການຕອບໂຕ້ ດ້ວຍການຂຶ້ນພາສີສິນຄ້າຂອງອາເມລິກາໃນອັດຕາ 25% ໂດຍຈະແບ່ງອອກເປັນສອງໄລຍະຄື: ໄລຍະທໍາອິດເລີ່ມວັນທີ 1 ເມສາ ແລະ ໄລຍະທີສອງເລີ່ມວັນທີ 13 ເມສາ ຄວບຄຸມຜະລິດຕະພັນຂອງອີກຝ່າຍ ເປັນມູນຄ່າລວມປະມານ 26,000 ລ້ານເອີໂຣ.
ສ່ວນທໍານຽບຂາວຍັງບໍ່ມີຄວາມເຫັນຢ່າງເປັນທາງການ. ຂະນະທີ່ກໍາແພງພາສີຂອງອາເມລິກາ ເຊິ່ງມີຜົນນັບແຕ່ເຂົ້າສູ່ວັນທີ 12 ມີນາ ຕາມເວລາທ້ອງຖິ່ນຂອງນະຄອນຫລວງວໍຊິງຕັນ ສົ່ງຜົນກະທົບຫລາຍທີ່ສຸດຕໍ່ການາດາ, ຍີ່ປຸ່ນ, ອົດສະຕຣາລີ ແລະ ສະຫະພາບເອີຣົບ (EU) ເຊິ່ງເປັນຜູ້ສົ່ງອອກເຫລັກ ແລະ ອາລູມີນຽມມາອາເມລິກາຫລາຍເປັນອັນດັບຕົ້ນ.
ເຖິງຢ່າງໃດກໍຕາມ, EU ຍັງກ່າວອີກວ່າ: ຍິນດີເຈລະຈາ ເນື່ອງຈາກບໍ່ແມ່ນເທື່ອທໍາອິດທີ່ທັງສອງຝ່າຍຂຶ້ນພາສີເຊິ່ງກັນ ແລະ ກັນແບບນີ້. ຢ້ອນກັບໄປໃນປີ 2018 ເຊິ່ງເປັນໄລຍະລັດຖະບານວໍຊິງຕັນສະໄໝທໍາອິດຂອງປະທານາທິບໍດີ ໂດນັລ ທຣໍາ ມີການຂຶ້ນພາສີລັກສະນະນີ້ ແລະ EU ຕອບໂຕ້ແບບດຽວກັນ ກ່ອນຕ່າງຝ່າຍຈະເຈລະຈາກັນ ແລະ ຕົກລົງຢຸດການຂຶ້ນພາສີ.