ຍິງຊາວລາວ ຖືກຍິງເສຍຊີວິດຄາທີ່ ຄາດມາຈາກການຫຶງຫວງ ຍ້ອນຄົບຊ້ອນ

ສໍານັກຂ່າວ Nation TV ຂອງໄທ ລາຍງານວ່າ: ວັນທີ 11 ມີນາ 2025 ເກີດເຫດຍິງກັນ ພາຍໃນຮ້ານ ຄາຣາໂອເກະ 444 ທີ່ຖະໜົນເພັດກະເສມ ຕໍາບົນເຂົາໄຊສົນ ອໍາເພີ ເຂົາໄຊສົນ ຈັງຫວັດພັດທະລຸງ-ຫາດໃຫຍ່ ມີຜູ້ເສຍຊີວິດ 1 ຄົນ.
ຕາມການລາຍງານຂອງເຈົ້າໜ້າທີ່ຕໍາຫລວດພົບວ່າ: ຜູ້ເສຍຊີວິດ ຊື່ ນາງ ບິວລີ ຫຼື “ປູເປ້” ອາຍຸ 42 ປີ ເພດຍິງ ສັນຊາດລາວ ຖືກຍິງ 14 ນັດ ບໍລິເວນລຳຕົວ ແລະ ຫົວ, ໃນຈຸດເກີດເຫດ ເຈົ້າໜ້າທີ່ເກັບກູ້ລູກປືນຂະໜາດ .38 ໄດ້ 8 ປອກ ແລະ ລູກປືນທີ່ບໍ່ຖືກນຳໃຊ້ 1 ຫົວ ແລະ ຫົວລູກປືນອີກ 5 ຫົວ.
ນອກຈາກນັ້ນ, ເຈົ້າໜ້າທີ່ໄດ້ກວດກ້ອງວົງຈອນປິດພາຍໃນຮ້ານ ສາມາດບັນທຶກພາບທີ່ຜູ້ກະທຳຜິດແມ່ນ ທ້າວ ທະວີ ອາຍຸ 63 ປີ ໃຊ້ປືນຍິງໃສ່ ນາງ ປູເປ້ ຈົນເສຍຊີວິດ ກ່ອນທີ່ຈະຖືປືນຍ່າງອອກມາຈາກຮ້ານແລ້ວຫລົບໜີໄປ.
ຕາມການໃຫ້ຂໍ້ມູນຂອງໝູ່ໃນຮ້ານລະບຸວ່າ: “ປູເປ້” ນອກຈາກຈະຄົບຫາ ກັບທ້າວນິຍົມແລ້ວ ຍັງມີຄວາມສຳພັນກັບຜູ້ຊາຍອີກຄົນໜຶ່ງຄື ທ້າວທະວີ ເຊິ່ງທະວີ ຈະເປັນຜູ້ເອົາເງິນໃຫ້ປູເປ້ເພື່ອໃຊ້ຈ່າຍ, ທັງສອງເຄີຍມາຮ້ອງເພງນຳກັນຢູ່ຮ້ານເລື້ອຍໆ, ແຕ່ 4-5 ມື້ມານີ້ ທັງສອງມີປາກສຽງກັນ ແລະ ໃນມື້ເກີດເຫດທະວີໄດ້ມານັ່ງດື່ມຢູ່ຮ້ານ ເພື່ອທີ່ຈະເຄຍບັນຫາກັບ ປູເປ້ ແຕ່ບໍ່ຍອມອອກມາລົມ, ກ່ອນທີ່ຝ່າຍໍາຍຈະບຸກເຂົ້າໄປຫ້ອງນອນຫລັງຮ້ານ ຫລັງຈາກນັ້ນກໍໄດ້ຍິນສຽງປືນດັງຂຶ້ນຫລາຍນັດ.
ໃນເບື້ອງຕົ້ນ, ຕໍາຫລວດໄດ້ຕັ້ງຂໍ້ສົງໄສວ່າເກີດຈາກອາການຫຶງຫວງ, ຂະນະນີ້ ຄະນະສືບສວນສອບສວນໄດ້ອອກຄຳສັ່ງໃຫ້ເລັ່ງຕິດຕາມຕົວທ້າວ ທະວີ (ຜູ້ກະທຳຜິດ) ທີ່ຂັບລົດກະບະສີບອນຫລົບໜີຕາມເສັ້ນທາງ ມຸ່ງໜ້າໄປອໍາເພີ ຕະໂໝດ ຈັງຫວັດ ພັດທະລຸງ , ປັດຈຸບັນ ຕຳຫລວດຍັງບໍ່ພົບເຫັນຜູ້ກ່ຽວ.