ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - 111 8 - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%
ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - kitchen vibe - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

       ລັດຖະບານອິນໂດເນເຊຍປະກາດເປົ້າໝາຍການເຕີບໃຫຍ່ທາງເສດຖະກິດຢູ່ລະດັບ 6.3% ໃນປີ 2026.

       ແຜນປະຕິບັດງານຂອງລັດຖະບານອິນໂດເນເຊຍປີ 2026 ຍັງກໍານົດເປົ້າໝາຍການພັດທະນາທີ່ສໍາຄັນອັນອື່ນນໍາ ໄດ້ແກ່ການເພີ່ມລາຍໄດ້ຂອງປະຊາຊົນຕໍ່ຫົວເປັນ 5,870 ໂດລາສະຫະລັດ, ຫລຸດຄວາມເຂັ້ມຂຸ້ນຂອງການປ່ອຍແກັສເຮືອນແກ້ວລົງ 37.14%.

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%
ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

       ການປັບປຸງດັດຊະນີຄຸນນະພາບສິ່ງແວດລ້ອມໃຫ້ເຖິງ 76.67, ຫລຸດອັດຕາຄວາມທຸກຍາກລົງເຫລືອລະຫວ່າງ 6.5-7.5%, ຮັກສາອັດຕາຄວາມບໍ່ເທົ່າທຽມກັນຂອງລາຍໄດ້ໃນຮູບຂອງອັດຕາສ່ວນ (Gini ratio) ລະຫວ່າງ 0.377-0.380 ແລະ ການຍົກລະດັບດັດຊະນີທຶນມະນຸດເປັນ 0.57.

       ເມື່ອເສດຖະກິດເຕີບໃຫຍ່ໃນລະດັບສູງ ການພັດທະນາຈະມີຄວາມເທົ່າທຽມຂຶ້ນ ການເຫລື່ອມລໍ້າຈະຫລຸດລົງ ປະຊາຊົນຈະມີການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ທັງນີ້ ການເຕີບໃຫຍ່ທາງເສດຖະກິດໃນແຕ່ລະພາກພື້ນແຕກຕ່າງກັນ ໂດຍລັດຖະບານຄາດວ່າ: ອິນໂດເນເຊຍຕາເວັນອອກຈະມີອັດຕາການເຕີບໃຫຍ່ທາງເສດຖະກິດໃນລະດັບ 6.1%. ຂະນະທີ່ອິນໂດເນເຊຍຕາເວັນຕົກມີທ່າອ່ຽງການເຕີບໃຫຍ່ທາງເສດຖະກິດ 7.1%.

       ທັງນີ້, ແຜນປະຕິບັດງານຂອງລັດຖະບານຈະເນັ້ນການສ້າງວຽກ ແລະ ເພີ່ມປະສິດທິພາບການຜະລິດຜ່ານໂຄງການທາງກົນລະຍຸດຕ່າງໆ ເພື່ອໃຫ້ການຂະຫຍາຍຕົວທາງເສດຖະກິດດໍາເນີນໄປຢ່າງຍືນຍົງ ໂດຍມີຫລາຍເປົ້າໝາຍສໍາຄັນ ໄດ້ແກ່ການອາໄສຕົນເອງດ້ານອາຫານ ແລະ ພະລັງງານ, ການປ່ຽນຜ່ານທາງດິຈີຕອນ ແລະ ການປະຕິຮູບລະບົບລັດຖະກອນ ເຊິ່ງຄາດວ່າຈະຊ່ວຍເພີ່ມປະສິດທິພາບການຟື້ນຕົວທາງເສດຖະກິດ ແລະ ສົ່ງເສີມການເຕີບໃຫຍ່ຢ່າງຄວບຄຸມໃນໄລຍະຍາວ.

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - 4 - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%
ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - 3 - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%
ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3% - 5 - ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%