ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - 222 5 - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ
ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - kitchen vibe - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

        ສະຖານະການສົງຄາມການຄ້າມີທ່າອ່ຽງເຄັ່ງຕຶງຂຶ້ນອີກ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດວ່າ: ຈະກໍານົດມາດຕະການເກັບພາສີສິນຄ້ານໍາເຂົ້າເພີ່ມອີກ ພາຍຫລັງມາດຕະການຫລ້າສຸດໃນການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມທັງໝົດໃນລະດັບ 25% ເຊິ່ງມີຜົນບັງຄັບໃຊ້ໄປໃນວັນທີ 12 ມີນາ ສົ່ງຜົນເຮັດໃຫ້ການາດາ ແລະ ເອີຣົບທີ່ໄດ້ຮັບຜົນກະທົບ ປະກາດທ່າທີຕອບໂຕ້ຢ່າງວ່ອງໄວພາຍໃນເວລາຕໍ່ມາ.

        ໂດຍສະຫະພາບເອີຣົບປະກາດວ່າ: ຈະເພີ່ມການເກັບພາສີສໍາລັບສິນຄ້າທີ່ນໍາເຂົ້າຈາກອາເມລິກາມູນຄ່າສູງເຖິງ 2.8 ໝື່ນລ້ານໂດລາສະຫະລັດ ເລີ່ມແຕ່ວັນທີ 1 ເມສາ.

ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - Visit Laos Visit SALANA BOUTIQUE HOTEL - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ
ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - Visit Laos Visit SALANA BOUTIQUE HOTEL - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

        ຂະນະທີ່ລັດຖະບານການາດາປະກາດໃນວັນທີ 13 ມີນາວ່າ: ຈະເກັບພາສີ 25% ສໍາລັບສິນຄ້າຈາກອາເມລິກາ ມູນຄ່າກວ່າ 2 ໝື່ນລ້ານໂດລາສະຫະລັດ ເຊິ່ງລວມທັງສິນຄ້າປະເພດເຫລັກ, ຄອມພິວເຕີ ແລະ ອຸປະກອນກິລາ.

       ທ່ານ ທຣໍາ ກ່າວຕໍ່ນັກຂ່າວວ່າ: ທ່ານຈະຕອບໂຕ້ມາດຕະການຂອງການາດາ ແລະ EU ແລະ ເນັ້ນຄໍາເຕືອນທີ່ຈະເປີດເຜີຍແນວທາງການໃຊ້ພາສີອາກອນຕອບໂຕ້ (Reciprocal Tariffs) ຕໍ່ປະເທດຕ່າງໆທົ່ວໂລກໃນເດືອນໜ້າ.

       EU ປະເມີນວ່າ: ການເກັບພາສີເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ ຈະສົ່ງຜົນກະທົບຕໍ່ການສົ່ງອອກເຫລັກ ແລະ ອາລູມີນຽມຂອງປະເທດ EU ໄປອາເມລິກາ ປະມານ 5%. ຂະນະທີ່ການດາມີການສົ່ງອອກເຫລັກ ແລະ ອາລູມີນຽມໄປອາເມລິກາປະມານ 90%.

      ເຖິງຢ່າງໃດກໍຕາມ, ສໍາລັບປະເທດອື່ນໆທີ່ເປັນຜູ້ສະໜອງໂລຫະຂອງອາເມລິກາເຊັ່ນ: ອັງກິດ, ອົດສະຕຣາລີ, ແມັກຊິກ ແລະ ເບຣຊິນ ຍັງບໍ່ມີການສະແດງທ່າທີຕອບໂຕ້.

ອ້າງອີງ:

ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - 5 - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ
ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - 4 - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ
ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ - 3 - ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ