ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມື

ວັນທີ 13 ມີນາ 2025 ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືໃນດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ. ພິເສດ, ສອງຝ່າຍໄດ້ຊົມເຊີຍຜົນສໍາເລັດການຈັດຕັ້ງປະຕິບັດ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ແລະ ເຫັນດີເປັນເອກະພາບໃນການສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດເປັນຮູບປະທໍາຍິ່ງໆຂຶ້ນ.
ນອກຈາກນີ້ໄດ້ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ປັດຈຸບັນ, ສປ ຈີນ ຍັງເປັນອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ, ມູນຄ່າການຄ້າສອງຝ່າຍ ແລະ ການຮ່ວມມືຂະແໜງການອື່ນໆ ກໍສືບຕໍ່ຂະຫຍາຍຕົວຢ່າງກ້າວກະໂດດ, ພິເສດການເປີດ ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນສໍາຄັນໃນການອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ສອງຝ່າຍ ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ເປັນບ່ອນອີງໃນການຮ່ວມມືຕົວຈິງໃນແຕ່ລະດ້ານ ໂດຍສະເພາະການຮ່ວມມືເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວ ດ້ວຍຄຸນນະພາບໃໝ່ ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດ ຢ່າງແທ້ຈິງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ທ່ານທອງສະຫວັນ ພົມວິຫານ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດມາ ໂດຍສະເພາະ ການເປັນປະທານໝູນ ວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ກໍໄດ້ເຊື້ອເຊີນ ທ່ານ ຫວັງ ອີ້ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ ແລະ ເໝາະສົມ ເຊິ່ງທ່ານກໍຍິນດີຕອບຮັບຄໍາເຊື້ອເຊີນດັ່ງກ່າວ.
ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ວ່າດ້ວຍການສົ່ງເສີມການຮ່ວມມື ດ້ານຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ.