8-10 ທັນວານີ້ອາກາດເຢັນລົງຕື່ມອີກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 8-10 ທັນວານີ້, ມວນ ອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງລາວ, ພ້ອມດຽວກັນກະແສລົມຕາເວັນອອກສຽງເໜືອ ຈະມີກຳລັງປານກາງຫາ ແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຕື່ມອີກ, ພ້ອມມີໝອກບາງ ປົກຫຸ້ມຫລາຍຂຶ້ນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຄ່ໍາ ຢູ່ແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫາໜາວເຢັນລົງຕື່ມ, ພ້ອມມີ ໝອກບາງປົກຫຸ້ມຫລາຍຂຶ້ນ, ໂດຍສະເພາະແຂວງຜົ້ງສາລີ ແລະ ຫົວພັນ, ອຸນຫະພູມຕ່ຳ ສຸດ 11-13 ອົງສາ ແລະ ສູງສຸດ 22-24 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດ ຈະເຢັນລົງຕື່ມເລັກນ້ອຍ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ; ພາກກາງ: ອຸນຫະພູມອາກາດຈະເຢັນຫາ ໜາວເຢັນ, ໂດຍສະເພາະເຂດຫລັກ20 ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ, ອຸນ ຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 28-30 ອົງສາ; ພາກໃຕ້: ອຸນຫະພູມອາ ກາດຈະເຢັນລົງເລັກນ້ອຍ, ພ້ອມມີໝອກປົກຫຸ້ມຫລາຍຂຶ້ນໃນຕອນເຊົ້າ, ອຸນຫະພູມຕ່ຳ ສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ; ນະຄອນຫລວງວຽງຈັນ: ອາກາດ ຈະເຢັນລົງເລັກນ້ອຍ, ພ້ອມມີໝອກບາງປົກຫຸ້ມຫລາຍຂຶ້ນ ແລະ ມີລົມພັດແຮງເປັນບາງ ໂອກາດໃນຕອນບ່າຍ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 30-32 ອົງສາ.