ປັບໃໝ ຜູ້ລັກລອບນຳເຂົ້າສິນຄ້າຜິດກົດໝາຍ ຫລາຍກວ່າ 371 ລ້ານກີບ

ວັນທີ 14 ມີນາ 2025 ໜັງສືພິມຈຳປາໃໝ່ ລາຍງານວ່າ: ເຈົ້າໜ້າທີ່ການຄ້າ ໃນນາມອົງການປະຕິບັດວຽງການກວດກາການຄ້າ ຮ່ວມກັບເຈົ້າໜ້າທີ່ຕຳຫລວດ ປກສ ແຂວງຈໍາປາສັກ (ພະແນກປ້ອງກັນເສດຖະກິດ) ໄດ້ກັກຢຶດລົດຂົນສົ່ງສິນຄ້າ 2 ຄັນ ຄື: ລົດເມໝາຍເລກທະບຽນ ບກ 2778 ຈໍາປາສັກ ແລະ ລົດບັນທຸກ 12 ລໍ້ ຍີ່ຫຍໍ້CHENGLONG ສີປອນ ໝາຍເລກທະບຽນ 74H 003.66 ເຊິ່ງໃສ່ສິນຄ້າຈໍານວນຫລາຍ. ເຈົ້າຂອງສິນຄ້າດັ່ງກ່າວ ຊື່: ທ້າວ SY VINH ສັນຊາດຫວຽດນາມ ອາຍຸ 30 ປີ.
ຜ່ານການກວດກາສິນຄ້າບໍ່ມີເອກະສານການເສຍພາສີ – ອາກອນ ຫລາຍລາຍການຄື: ໝາກນາວ, ໝາກມັງກອນ, ໝາກກະທັນ, ເກີບສຸບຢາງຜູ້ໃຫຍ່, ໂສ້ງ ເສື້ອຜູ້ໃຫ່ຍ, ເຂົ້າປຸ້ນແຫ້ງ, ຜ້າບັດ, ຈອກຢາງ, ໝໍ້ ແລະ ເຫລັກປີ້ງ, ເບຍ SAOLA 1,150 ແກັດ, ທຽນຈອກ, ປາແດກ, ໄມ້ສໍາລີ, ເຂົ້າຫນົມ, ສະກ໋ອດໃສ.

ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນຕາມ ຂັ້ນຕອນຂອງກົດໝາຍ. ແລະ ຕໍ່ມາໄດ້ປັບໃໝ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0019/ອຄ, ລົງວັນທີ 8 ມັງກອນ 2025 ໝວດທີ 5, ມາດຕາທີ 20, ຂໍ້ ຄ.3 ກ່ຽວກັບການລັກລອບ ການນໍາເຂົ້າສິນຄ້າ ການຫລົບຫລີກພັນທະ ຫລື ຄ່າທໍານຽມຕ່າງໆ ຫລື ປະຕິບັດພັນທະ ຫລື ຄ່າທໍານຽມບໍ່ເຕັມອັດຕາສ່ວນ ຈະຖືກປັບໃໝ 70% ຂອງມູນຄ່າສິນຄ້າເຄື່ອງຂອງ ແລະ ຕ້ອງປະຕິບັດພັນທະຕ່າງໆຢ່າງຄົບຖ້ວນຕາມລະບຽບກົດໝາຍ. ລວມການປັບໃໝສິນຄ້າທັງໝົດເປັນເງິນຫຼາຍກວ່າ 371 ລ້ານກີບ.
ທີ່ມາ: ໜັງສືພິມຈໍາປາໃໝ່