ຄຳເຫັນຂອງ ເລຂາທິການໃຫຍ່ ຕໍ່ພິທີ ສະຫລອງວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ມີຄໍາເຫັນຕໍ່ພິທີ ສະເຫລີມສະຫລອງວັນສ້າງຕັ້ງ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ວັນທີ 14 ມີນາ 2025 ວ່າ: ຖ້າທຽບໃສ່ 70 ປີກ່ອນນີ້, ພວກເຮົາມີສະມາຊິກພັກ ພຽງແຕ່ 300 ສະຫາຍ, ມີແຕ່ 11 ໜ່ວຍພັກ, ມາເຖິງ ປັດຈຸບັນ ພວກເຮົາມີສະມາຊິກພັກ ເຖິງ 415.784 ສະຫາຍ, ມີ 24.440 ຮາກຖານພັກ. ດັ່ງນັ້ນ, ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ສາມາດເວົ້າໄດ້ວ່າ70 ປີແຫ່ງການສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ເປັນ 70 ປີ ແຫ່ງຄວາມພູມໃຈ ຕໍ່ຄວາມເຕີບໃຫຍ່ຂອງພັກເຮົາ ແລະ ຂອງຜູ້ປະຕິບັດໜ້າທີ່ ໃນວຽກງານຈັດຕັ້ງ, ພະນັກງານ ທີ່ຖືກມອບໝາຍຄື ການນໍາ ແລະ ພະນັກງານທຸກຂັ້ນ ແລະ ທຸກໆຄົນ ທີ່ເຮັດວຽກຈັດຕັ້ງ-ພະນັກງານຜ່ານມາ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານກໍ່ສ້າງພັກ, ສ້າງພະນັກງານ ແລະ ເຮັດວຽກບູລະນະການການຈັດຕັ້ງໃຫ້ພັກໃຫ້ລັດ ຂອງປະເທດເຮົາ ໃນທຸກຍຸກທຸກສະໄໝ. ໃນເວລາດຽວກັນ ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການ ການນໍາພາຂອງວຽກງານຈັດຕັ້ງ ແລະ ພະນັກງານຂອງພັກເຮົາ ໃນພາລະກິດບູລະນະແນວທາງພະນັກງານ, ປັບປຸງບູລະນະການຈັດຕັ້ງໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ; ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ຕໍ່ການຈັດຕັ້ງຮາກຖານພັກ ສະເໝີມາ ແລະ ຖືເອົາການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ເປັນໜ້າທີ່ຍຸດທະສາດຍາວນານ, ພົວພັນເຖິງການຄົງຕົວ, ການຂະຫຍາຍຕົວຂອງພັກ ແລະ ຂອງລະບອບການເມືອງຢູ່ປະເທດເຮົາ. ດັ່ງນັ້ນ, ການເອົາໃຈໃສ່ຊີ້ນໍາປັບປຸງເນື້ອໃນ, ວິທີການໃນການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ຢ່າງຕໍ່ເນື້ອງ ເພື່ອສ້າງໃຫ້ການຈັດຕັ້ງຮາກຖານພັກ ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດດໍາລົງບົດບາດເປັນແກນນໍາໃນລະບົບການເມືອງ ຢູ່ຂັ້ນຮາກຖານ ເພື່ອນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຮາກຖານໃຫ້ປະກົດຜົນເປັນຈິງ, ພັກເຮົາ ໄດ້ວາງຍຸດທະສາດ ໃນການກໍ່ສ້າງ-ປັບປຸງ ໜ່ວຍພັກ ເປັນແຕ່ລະໄລຍະ ຊຶ່ງປັດຈຸບັນທົ່ວພັກ ພວມນໍາພາຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ສະນັ້ນ, ຄະນະພັກ, ຂະແໜງຈັດຕັ້ງທຸກຂັ້ນ ຕ້ອງໄດ້ອອກແຮງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ໃນຕະຫລອດໄລຍະ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄວາມສາມາດໃນການເຄື່ອນໄຫວຢ່າງຫ້າວຫັນກວ່າ, ມີປະສິດທິຜົນກວ່າ ແມ່ນມີຄວາມສໍາຄັນທີ່ສຸດ ແລະ ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ບໍ່ອະນຸຍາດໃຫ້ພັກເຮົາ, ພະນັກງານເຮົາ ຢູ່ໃນສະພາບຢໍ້າເທົ້າ ຫລື ຖອຍຫລັງໄດ້, ຍົກສູງຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດ ກ່ຽວກັບວຽກງານກໍ່ສ້າງພັກ ໂດຍສະເພາະການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບໍ່ແລ່ນນໍາປະລິມານ, ແຕ່ຖືຄຸນນະພາບເປັນກົກ, ອັນນີ້ ຍັງແມ່ນເປັນຫົວໃຈສໍາຄັນໃນການປ່ຽນແປງໃໝ່ກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານໃນຕໍ່ໜ້າ; ພະນັກງານ ແມ່ນກຳລັງການເມືອງຫລັກແຫລ່ງ ໃນພາລະກິດປະຕິວັດຂອງພັກເຮົາ, ເປັນຜູ້ຕັດສິນ ຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ດັ່ງນັ້ນ, ການອົບຮົມບົ່ມເພາະ ຈາກພັກ ໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ດ້ວຍຄວາມບໍລິສຸດໃຈ ຍັງເປັນພາລະໜ້າທີ່ສໍາຄັນ ຂອງວຽກງານຈັດຕັ້ງ ແລະ ພະນັກງານ.
ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິິ່ງ ວຽກງານພະນັກງານ ຕ້ອງຕິດພັນກັບການແກ້ໄຂບັນຫາຢ່າງເປັນລະບົບ ນັບແຕ່ການຫລຸດຜ່ອນຈໍານວນພະນັກງານ ດ້ວຍຫລາຍວິທີ, ມີກົນໄກທີ່ສອດຄ່ອງ, ປັບປຸງກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ການເມືອງ, ສັງຄົມ ແລະ ເປັນທັນສະໄໝ. ຍົກສູງຄວາມຮັບຜິີດຊອບການເມືອງ, ຄວາມຮັບຜິດຊອບດ້ານວິໄນ ຂອງພະນັກງານທຸກລະດັບ, ທຸກພາກສ່ວນ, ເດັດດ່ຽວແກ້ໄຂບັນຫາການເສື່ອມຖອຍ ດ້ານມານະຈິດປະຕິວັດ, ທາດແທ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ການຫັນປ່ຽນດ້ວຍຕົນເອງ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກໍາລັງປໍລະປັກ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ຂອງຊາດ, ຂອງລະບອບການເມືອງ.
ສະນັ້ນ, ວຽກພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ຕ້ອງຮັບປະກັນຫລັກການລວມສູນປະຊາທິປະໄຕ ຕໍ່ກັບບັນຫາພະນັກງານ ແນໃສ່ຄັດຈ້ອນໃຫ້ໄດ້ຄົນດີ ຄົນເກັ່ງ ຜູ້ທີ່ມີຄວາມເສຍສະຫລະ ເພື່ອວຽກງານ ເພື່ອສ່ວນລວມ, ເດັດດ່ຽວແກ້ໄຂປະກົດການຂອງລັດທິເອກະຊົນ, ອັດຕະວິໄສ, ພັກພວກ, ຈຸ້ມເຈື້ອ, ທ້ອງຖີ່ນ ແລະ ກຸ່ມຜົນປະໂຫຍດ. ໃນເວລາດຽວກັນ, ກໍເດັດດ່ຽວແກ້ໄຂຄວາມມີອະຄະຕິຕໍ່ພະນັກງານ… ສ້າງໃຫ້ພະນັກງານຮູ້ເສຍສະຫລະ ເພື່ອສ່ວນລວມ, ນັບຖືກົດເກນເຂົ້າ-ອອກ, ຂຶ້ນ-ລົງ ໃຫ້ກາຍເປັນສະພາບປົກກະຕິ ແລະ ຕ້ອງເປັນໄປ; ຕ້ອງເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ອົງການຂອງພັກ ກັບອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນ, ລະຫວ່າງ ອົງການຂອງສູນກາງ ແລະ ທ້ອງຖີ່ນ ສຸມໃສ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍເອົາການຜັນຂະຫຍາຍບັນດາມະຕິຂອງພັກ, ກົດໝາຍ ແລະ ນິຕິກໍາຂອງລັດ ກ່ຽວກັບວຽກງານປັບປຸງສັບຊ້ອນ ແລະ ຈັດວາງພະນັກງານ ໃຫ້ຮັບປະກັນປະສິດທິພາບ, ກະທັດຮັດ, ຮັດກຸມ ຕິດພັນກັບສະພາບຕົວຈິງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ສ້າງກົນໄກ ແລະ ລະບຽບການຢ່າງເຂັ້ມງວດໂປ່ງໃສ ແລະ ຍຸຕິທໍາ ເພື່ອສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ.
ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງພັກ ກໍານົດອອກ ຕໍ່ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານປັບປຸງລະບົບການປົກຄອງທ້ອງຖິ່ນນຄືນໃໝ່ ແລະ ວຽກງານສັບຊ້ອນຈັດວາງພະນັກງານຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເປັນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ພາວະວິໄສ ເພື່ອແກ້ໄຂບັນຫາຂອງພັກຂອງຊາດ. ດັ່ງນັ້ນ, ຈຶ່ງເປັນພາລະໜ້າທີ່ຂອງທຸກການຈັດຕັ້ງ-ພະນັກງານ, ສະມາຊິກພັກທຸກຄົນ ຕ້ອງໄດ້ມີພັນທະເຂົ້າຮ່ວມໃນການປະຕິບັດ, ທັງນີ້ ກໍເພື່ອສ້າງຂະບວນການ ນໍາໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.