ກະຊວງປ້ອງກັນປະເທດ ຫວນຄືນມູນເຊື້ອວັນຊາດ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

ກະຊວງປ້ອງກັນປະເທດ ຈັດປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ຂຶ້ນໃນວັນທີ 7 ທັນວານີ້, ເປັນກຽດປາຖະກະຖາ ໂດຍທ່ານ ພົນໂທ ວິໄລ ຫລ້າຄຳຟອງ ຄະນະເລຂາທິການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ໂດຍມີຄະນະນຳກະຊວງ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ໄດ້ເລົ່າເຖິງມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງວັນ ຊາດທີ 2 ທັນວາ, ຊຶ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ພ້ອມທັງຍົກໃຫ້ເຫັນເຖິງຜົນສໍາເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະ 42 ປີ ທີ່ຜ່ານມາ, ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບການຂະ ຫຍາຍຕົວເປັນກ້າວໆມາໃນດ້ານຕ່າງໆ ເຊັ່ນ: ກະສິກຳ, ພະລັງງານ ແລະ ບໍ່ແຮ່, ອຸດສາຫະກຳ ແລະ ການຄ້າ, ການຄົມມະນາຄົມຂົນສົ່ງ, ວຽກງານໄປສະນີ-ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ ແລະ ແຮງງານ ເປັນຕົ້ນ. ນອກຈາກນີ້, ຍັງໄດ້ເນັ້ນເຖິງການສືບຕໍ່ເສີມຂະຫຍາຍມູນເຊື້ອ ວັນຊາດທີ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍຕັ້ງໜ້າສຶກສາອົບຮົມການເມືອງ ນຳພາແນວຄິດພະນັກງງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງສາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະ ຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.
ພ້ອມນັ້ນ, ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ຍັງໄດ້ເລົ່າເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ລວມທັງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ. ປະທານ ໄກສອນ ພົມວິຫານ ແມ່ນລູກຮັກຫລານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ແມ່ນວິລະບູລຸດ, ຜູ້ນໍາຂອງພັກ-ລັດ ທີ່ປີຊາສາມາດ, ສະຫລາດສ່ອງໃສ ແລະ ສະດຸ້ງໄວ. ທັງເປັນຜູ້ນໍາທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນໍາທີ່ດຸໝັ່ນ, ດໍາລົງຊີວິດແບບງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ. ນອກຈາກນັ້ນ, ປະທານ ໄກສອນ ພົມ ວິຫານ ຍັງເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວ ທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ ນັບມື້ສູງຂຶ້ນ.