ອາເມລິກາສັ່ງຫ້າມຊາວກຳປູເຈຍທີ່ຫວັງ ທຳລາຍປະຊາທິປະໄຕເຂົ້າປະເທດ


ກະຊວງການຕ່າງປະເທດອາເມລິກາປະກາດຫ້າມຊາວກຳປູເຈຍທີ່ຫວັງທຳລາຍລະບອບປະຊາທິປະໄຕເຂົ້າປະເທດ ແລະ ຮຽກຮ້ອງໃຫ້ລັດຖະບານກຳປູເຈຍຍົກເລີກການປາບປາມກຸ່ມຝ່າຍຄ້ານ.
ກ່ອນໜ້ານີ້ ສານກຳປູເຈຍ ເຊິ່ງຄວບຄຸມໂດຍນາຍົກລັດຖະມົນຕີ ຮຸນເຊນ ພິພາກສາໃຫ້ຍຸບພັກກູ້ຊາດກຳປູເຈຍ (CNRP) ເຊິ່ງເປັນຝ່າຍຄ້ານ ໃນເດືອນຜ່ານມາ, ຫ້າມຕັດສິດນັກການເມືອງກວ່າ 100 ຄົນ ໃນຂໍ້ກ່າວຫາວ່າພັກຝ່າຍຄ້ານພະຍາຍາມໂຄ່ນລົ້ມລັດຖະບານ, ຍັງຈັບກຸມທ່ານ ກິມ ຊົກຄາ ຫົວໜ້າພັກຝ່າຍຄ້ານໃນຂໍ້ຫາກະບົດ ໃນເດືອນກັນຍາ ລວມທັງຍັງສັ່ງປິດສື່ສິ່ງພິມທີ່ວິຈານລັດຖະບານ. ຫລ້າສຸດກະຊວງການຕ່າງປະເທດອາເມລິກາມີມາດຕະການຕອບໂຕ້ໂດຍການສັ່ງຫ້າມບຸກຄົນຊາວກຳປູເຈຍທີ່ຫວັງທຳລາຍປະຊາທິປະໄຕໃນກຳປູເຈຍເຂົ້າປະເທດ ແລະ ໃນບາງກໍລະນີອາດລວມເຖິງຄອບຄົວ ແລະ ຍາດພີ່ນ້ອງທີ່ຈະຕ້ອງຖືກຈຳກັດໃນການຂໍວີຊານຳອີກ, ແຕ່ກະຊວງການຕ່າງປະເທດອາເມລິກາບໍ່ໄດ້ລະບຸຈະແຈ້ງວ່າເປັນບຸກຄົນໃດໃນກຳປູເຈຍ ໂດຍສະເພາະນາຍົກລັດຖະມົນຕີ ຮຸນເຊນ ນຳ ຫລື ບໍ່ ໂດຍຖະແຫລງວ່າ: ຂະບວນການອອກວີຊາຖືເປັນຄວາມລັບທາງລັດຖະການ.