ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - 485202832 1075342341302114 8971317139321500667 n - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - kitchen vibe - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ລາຍງານຜົນ ການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫລວງຢູ່ແຂວງອັດຕະປື ວັນທີ 20 ມີນາ 2025 ນີ້ວ່າ:

ໄລຍະເດືອນເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງິນຈຳນວນ 2,000,000 ໂດລາສະຫະລັດໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາ ເຂດແດນ ເມືອງປາກຊ່ອງ ແຂວງຈໍາປາສັກ.

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

ຮອດວັນທີ 30 ສິງຫາ 2024 ອົງການສືບສວນ-ສອບສວນ ປກສ ແຂວງ ອັດຕະປື ໄດ້ຮັບຄໍາຮ້ອງຟ້ອງຂອງຫ້ອງວ່າການແຂວງວ່າ: ທ້າວ ສຸລິໄຊ ສຸລິຍາໄລ (ທ້າວ ໝູ) ພະນັກງານຂອງຫ້ອງວ່າການແຂວງ, ສ້າງເອກະສານປອມ ເພື່ອຖອນເງິນບ້ວງດັ່ງກ່າວອອກໄປນໍາໃຊ້ໂດຍບໍ່ຖືກຕ້ອງ ແລ້ວເອົາຕົວຫຼົບໜີ.

ວັນທີ 4 ທັນວາ 2024 ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່ ແລະ ສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ສາມາດກຳນົດເປົ້າໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂຶ້ນຕື່ມ ໂດຍສະເພາະ ບັນດາແຫຼ່ງງົບປະມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປໂດຍບໍ່ຖືກຕ້ອງ. ພົບເຫັນຜົນເສຍຫາຍເງິນໂດລາສະຫະລັດ 2,523,800 ໂດລາສະຫະລັດ, ເງິນກີບ 17,373,754,429 ກີບ ແລະ ເງິນດົງ 1,500,000,000 ດົງ.

ຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງຮ່ວມກັນໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໜຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະອຽດຄື:

1). ໄດ້ອອກຄຳສັ່ງເປິດການສືບສວນ-ສອບສວນ ຜູ້ຖືກຫາທັງໝົດ 37 ຄົນ, ຍິງ 17 ຄົນ; ກັກຕົວ 21 ຄົນ, ຍິງ 8 ຄົນ (ເປັນພະນັກງານລັດ 14 ຄົນ, ຍິງ 4 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 1 ຄົນ), ເສຍຊີວິດ 1 ຄົນ, ຜູ້ປະກອບການ 7 ຄົນ, ຍິງ 4 ຄົນ ໃນນີ້: ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ 15 ຄົນ ລາຍລະອຽດຄື:

  • ທ້າວ ສຸລິຈັນ ພອນແກ້ວ ອະດີດຫົວໜ້າຫ້ອງວ່າການແຂວງ ໃນນັ້ນມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 5 ຄົນ.
  • ທ້າວ ຄຳເຜີຍ ໂສມຖາວອນ ອະດີດຫົວໜ້າພະແນກການເງິນແຂວງ.
  • ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນໄລຍະດຳເນີນຄະດີ) ໃນນັ້ນມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ 9 ຄົນ ແລະ ອີກ 1 ຄົນ ຊື່ ທ້າວ ສູນນະຄອນ ແກ້ວ ວຽງຄຳ ອະດີດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ

ຜ່ານການດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນິນທຸລະກິດບໍ່ຖືກຕ້ອງ ແລະ ແລກປ່ຽນເງິນຕາຕ່າງປະເທດຊະຊາຍ 22 ຄົນ, ໃນນີ້ມີຄົນຕ່າງປະເທດ 1 ຄົນ (ເປັນຄົນໄທ).

2). ເກັບກູ້ເຄື່ອງຂອງກາງຄະດີ ຄືນໄດ້ຄື: ເງິນກີບ 18,475,762,500 ກີບ, ເງິນບາດ 59,400 ບາດ, 57,000 ໂດລາສະຫະລັດ, ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2,793.4 ກຣາມ, ທີ່ດິນ 77 ຕອນດິນ, ລົດຈິບ 5 ຄັນ, ລົດກະບະ 3 ຄັນ, ລົດຈັກ 3 ຄັນ ແລະ ອາຍັດລົດຈິບ 2 ຄັນ, ໂທລະສັບມືຖື 18 ເຄື່ອງ, ປະເພດໄມ້ດູ່ 5,067 ແມັດກ້ອນ, ປະເພດໄມ້ຈິກ 7,736 ແມັດກ້ອນ, ປະເພດໄມ້ເຊືອກ 24,447 ແມັດກ້ອນ.
3). ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫຼຸບຜົນການສືບສວນ-ສອບສວນ ຄະດີສໍ້ລາດບັງຫຼວງບ້ວງເງິນ 2,000,000 (ສອງລ້ານໂດລາສະຫະລັດ) ແລະ ບ້ວງເງິນອື່ນໆຢູ່ແຂວງອັດຕະປື ສຳເລັດໂດຍພື້ນຖານ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງ ສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ຂ່າວສານອອນລາຍ ແຂວງອັດຕະປື

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - 3 - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - 5 - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ - 4 - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ