ຊິມໜ່ວຍຄວາມຈໍາຊະນິດໃຫມ່ຂອງ Samsung ມີຄວາມຈຸສູງເຖິງ 512 GB

-                                            - ຊິມໜ່ວຍຄວາມຈໍາຊະນິດໃຫມ່ຂອງ Samsung ມີຄວາມຈຸສູງເຖິງ 512 GB
- kitchen vibe - ຊິມໜ່ວຍຄວາມຈໍາຊະນິດໃຫມ່ຂອງ Samsung ມີຄວາມຈຸສູງເຖິງ 512 GB

Samsung ໄດ້ເປີດສາຍພານການຜະລິດຊິມໜ່ວຍຄວາມຈໍາແບບ embedded Universal Flash Storage (eUFS) ທີ່ມີຂະໜາດຄວາມຈຸສູງເຖິງ 512GB ນັ້ນອາດຈະໝາຍຄວາມວ່າ ຮູບຮ່າງຂອງໂທລະສັບມືຖືໃນປີ 2018 ຂອງ Samsung ອາດມີຂະໜາດຄວາມຈຸຂອງໜ່ວຍຄວາມຈໍາພາຍໃນຕົວເຄື່ອງໃຫຍ່ກວ່າເປັນເທົ່າຕົວເມື່ອທຽບ​ໃສ່ຮຸ່ນຂອງປີ 2017 ແລະ ດ້ວຍຂະຫນາດຄວາມຈຸທີ່ສູງເຖິງປານນີ້ ອາດເຮັດໃຫ້ຮູບຮ່າງຂອງໂທລະສັບມືຖືໃນອະນາຄົດບໍ່ຈໍາເປັນຕ້ອງມີຊ່ອງສຽບກຣາດ microSD ອີກຕໍ່ໄປ.

ນອກຈາກຄວາມຈຸໃຫຍ່ແລ້ວ ຊິມຫນ່ວຍຄວາມຈໍາແບບໃຫມ່ນີ້ຍັງໄດ້ມີການອັບເກດໃນເລື່ອງຂອງຄວາມໄວດ້ວຍເຊັ່ນກັນ ໂດຍຄວາມໄວໃນການອ່ານຂໍ້ມູນຢູ່ທີ່ 860Mbps. ໃນຂະນະທີ່ຄວາມໄວໃນການຂຽນເຮັດໄດ້ທີ​່ 255Mbps ມັນໄວເຖິງຂະໜາດທີ່ສາມາດໂອນຄິບວິດີໂອຂະໜາດ 5GB ໄປຍັງໜ່ວຍເກັບຂໍ້ມູນແບບ SSD  ໃນເວລາພຽງ 6 ວິນາທີເທົ່ານັ້ນ ແລະ ມັນໄວກວ່າກຣາດ microSD ແບບມາດຕະຖານເຖິງ 8 ເທົ່າ ເຮັດໃຫ້ຫນ່ວຍເກັບຂໍ້ມູນພາຍໃນ ຕອບໂຈດການໃຊ້ງານທີ່ຕ້ອງການຄວາມໄວໃນການຖ່າຍໂອນຂໍ້ມູນໄດ້ດີ.

ແລະ Samsung ບອກວ່າ ພວກເຂົາວາງແຜນທີ່ຈະເພີ່ມປະລິມານການຜະລິດ ເພື່ອໃຫ້ຕອບໂຈດຄວາມຕ້ອງການໜ່ວຍເກັບຂໍ້ມູນຄວາມຈຸສູງສໍາລັບອຸປະກອນພົກພາໄດ້.

 

- 3 - ຊິມໜ່ວຍຄວາມຈໍາຊະນິດໃຫມ່ຂອງ Samsung ມີຄວາມຈຸສູງເຖິງ 512 GB
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!