ສະໄໝທີ 5 ໂຣນັລໂດ ຄວ້າລາງວັນ ໝາກບານຄຳ 2017 ຂອງວາລະສານຟຣ້ອງ

ຄຣິສເຕຍໂນ ໂຣນັລໂດ ຄວ້າລາງວັນໝາກບານຄຳ ຫລື ບັນລົງດໍ ປະຈຳປີນີ້ໄປຄອງ ແລະ ເປັນສະໄໝທີ 5 ທຽບເທົ່າກັບ ລິໂອເນລ ເມສຊີ ກອງໜ້າຂອງບາເຊໂລນາ ຫລັງກ່ອນໜ້ານີ້ຫາກໍຄວ້າລາງວັນນັກເຕະດີເດັ່ນຂອງຟີຟາ ໃນເດືອນຕຸລາຜ່ານມາ.
ວາລະສານ ຟຣ້ອງ ຟຸດບອລ ປະກາດມອບລາງວັນໝາກບານຄຳ ຫລື ບັນລົງດໍ ປະຈຳປີນີ້ໃຫ້ກັບ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຈາກ ຣິລ ມາດຣິດ ໂດຍງານດັ່ງກ່າວຈັດຂຶ້ນທີ່ບໍລິເວນຫໍໄອເຟລ ນະຄອນຫລວງປາຣີ ປະເທດຝຣັ່ງ.
ໂຣນັລໂດ ໄດ້ຮັບການໂຫວດເໜືອຄູ່ແຂ່ງຢ່າງ ລິໂອເນລ ເມສຊີ, ເນມາ ແລະ ນັກເຕະອີກ 27 ຄົນ ເຮັດໃຫ້ລາວຄວ້າລາງວັນນີ້ໄປຄອງເປັນສະໄໝທີ 5 ທຽບເທົ່າກັບ ເມສຊີ ຫລັງເຄີຍໄດ້ລາງວັນນີ້ເມື່ອປີ 2008, 2013, 2014 ແລະ 2016. ຈາກຜົນງານທີ່ ໂຣນັລໂດ ລະເບີດຟອມພາທີມຄວ້າແຊ້ມ ລາລີກາ ສະເປນ ແລະ ຢູຟາ ແຊ້ມປ້ຽນລີກ ເມື່ອລະດູການຜ່ານມາ ພ້ອມດ້ວຍການສ້າງສະຖິຕິຢ່າງຫລວງຫລາຍ.