ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື

-                      4 - ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື
- kitchen vibe - ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື

ໃນວັນທີ 07 ທັນວານີ້, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ ລົງຊີ້ນໍາການຜະລິດກະສິກໍາ ຢູ່ແຂວງອັດຕະປື ແລະ ໄດ້ຮັບຟັງການລາຍງານຈາກຄະນະພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໃຫ້ຮູ້ວ່າ: ໃນ ຜ່ານມາແຂວງ ໄດ້ສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າດ້ວຍ 2 ຮູບແບບຄື: ສົ່ງເສີມແບບມີຈຸດສຸມ ແລະ ແບບທົ່ວໄປ, ຕາມທ່າແຮງຂອງແຕ່ລະເຂດ, ພ້ອມຊຸກຍູ້ການເຂົ້າເຖິງຕະຫຼາດດ້ວຍຕົນເອງ. ປັດຈຸບັນທົ່ວແຂວງມີເນື້ອທີ່ການຜະລິດ ທັງໝົດ 25.826 ເຮັກຕາ, ແຕ່ໃນຕົວຈິງປະຕິບັດໄດ້ 24.5 ກວ່າເຮັກຕາ, ໃນນັ້ນມີເນື້ອທີນາແຊງ 517 ເຮັກຕາ, ສ່ວນການຜະລິດພືດສະບຽງອາຫານ ປະຕິບັດໄດ້ 993 ເຮັກຕາ, ລື່ນແຜນ 16%.

ໃນໂອການນີ້, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໃຫ້ພະແນກກະສິກໍາຂອງແຂວງເອົາໃຈໃສ່ຕື່ມອີກ ຕໍ່ການຜະລິດກະສິກໍາເປັນສິນຄ້າ, ເປັນຕົ້ນແມ່ນ ການຜະລິດກະສິກໍາສະອາດ  ແລະ ກະສິກໍາອິນຊີ, ສືບຕໍ່ປູກພືດຜັກ ແລະ ໄມ້ໃຫ້ໝາກ ທີ່ເປັນທ່າແຮງຂອງແຂວງນັ້ນ ໃຫ້ແຂງແຮງກວ່າເກົ່າ ແລະ ພ້ອມນີ້ ທ່ານ ຮອງລັດຖະມົນຕີ ພ້ອມຄະນະ, ໄດ້ລົງຢ້ຽມຢາມ ພື້ນທີ່ປູກໝາກມັງກອນ ແລະ ໝາກກ້ວຍ ຂອງບໍລິສັດຮ່ວາງແອ໋ງຢາລາຍ ແລະ ການປູກ-ການລ້ຽງ ຂອງແຂວງອີກດ້ວຍ.

 

 

- 4 - ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື
- 5 - ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື
- 3 - ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດ ຢູ່ແຂວງອັດຕະປື