ຊຳກອງ ເຈົ້າຂອງຫຼຽນຄຳໂອລິມປິກ 2016 ຖຶກກວດພົບສານກະຕຸ້ນຕ້ອງຫ້າມ
April 7, 2017 - 1:53 PM


ຊຳກອງ ສາມາດຄວ້າແຊ໊ມ ລອນດອນ ມາລາທອນ ໃນປີ ຜ່ານມາ ກ່ອນກາຍເປັນຜູ້ຍິງ ເຄນ ຍາ ຄົນທຳອິດທີ່ຄວ້າຫຼຽນຄຳ ໂອລິມປິກ ດ້ວຍການເອົາຊະນະ ມາເຣ ດີບາລາ ເຈົ້າຂອງແຊ໊ມ ໂລກຄົນ ເອທິໂອເປຍ ແລະ ກ່ອນ ທີ່ຂ່າວຖືກກວດພົບສານກະຕຸ້ນ ຕ້ອງຫ້າມຈະອອກມາ ຊຳກອງ ຫາກໍໃຫ້ສຳພາດວ່າກຳລັງລໍຖ້າ ໄປປ້ອງກັນແຊ໊ມແລນດອນ ມາ ລາທອນ ໃນວັນທີ 23 ເມສານີ້.