ເມືອງສັງທອງ ຈູດທຳລາຍອາວຸດລ່າເນື້ອຫລາຍກວ່າ 300 ກະບອກ
December 10, 2017 - 4:15 PM

ພິທີຈູດທຳລາຍອຸປະກອນຫາກິນທີ່ຜິດກົດໝາຍ, ຢູ່ເມືອງສັງທອງ ນະຄອນຫລວງ ວຽງຈັນ, ໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ, ຊຶ່ງປະກອບມີ: ປືນແກັບ 301 ກະບອກ, ຈັກສະຕິນ 963 ໜ່ວຍ, ໝໍ້ນ໋ອກປາ ລວມທັງໝໍ້ໄຟ 77 ຊຸດ, ເພື່ອປະຕິບັດຄຳສັ່ງເລກທີ 14/ນຍ ແລະ ກົດໝາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແນໃສ່ສະກັດ ກັ້ນການລ່າເນື້ອ, ຫາປາແບບດັບສູນໃຫ້ໝົດໄປ.