ຕໍາຫລວດໄທບຸກຄົ້ນຮ້ານຄາຣາໂອເກະ ແລະ ບາໂຮສ ພົບເປັນຄົນລາວ 53 ຄົນ

- AA1BKxh6 - ຕໍາຫລວດໄທບຸກຄົ້ນຮ້ານຄາຣາໂອເກະ ແລະ ບາໂຮສ ພົບເປັນຄົນລາວ 53 ຄົນ
- kitchen vibe - ຕໍາຫລວດໄທບຸກຄົ້ນຮ້ານຄາຣາໂອເກະ ແລະ ບາໂຮສ ພົບເປັນຄົນລາວ 53 ຄົນ

ສໍານັກຂ່າວ Khaosod ຂອງໄທ ລາຍງານວັນທີ 27 ມີນາ 2025 ນີ້ວ່າ: ກອງກວດຄົນເຂົ້າເມືອງ 1 ກວດຄົ້ນຮ້ານຄາຣາໂອເກະ, ບາໂຮສ, ສະຖານບັນເທີງ ແລະ ສະຖານບໍລິການໃນນເຂດກຸງເທບມະຫານະຄອນຈໍານວນ 10 ຈຸດ ຫລັງພົບວ່າເປັນສະຖານປະກອບການສຸ່ມສ່ຽງທີ່ຈະກ່ຽວຂ້ອງກັບການຄ້າມະນຸດ, ຄ້າປະເວນີແມ່ຍິງ ແລະ ເດັກນ້ອຍ ຫລື ບັງຄັບໃຊ້ແຮງງານ ຫລື ມີທ່າອ່ຽງທີ່ຈະຈ້າງແຮງງານຕ່າງດ້າວໂດຍຜິດກົດໝາຍ.

ຜົນການກວດຄົ້ນພົບວ່າ ມີພຽງ 2 ແຫ່ງທີ່ຈ້າງແຮງງານແບບຖືກກົດໝາຍ, ແຕ່ອີກ 8 ແຫ່ງ ພົບວ່າມີການຈ້າງແຮງງານຜິດກົດໝາຍ ແລະ ພົບບຸກຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກ, ບໍ່ມີໜັງສືເດີນທາງ ແລະ ລັກລອບເຂົ້າລາຊະອານະຈັກຢ່າງຜິດກົດໝາຍ ພ້ອມຈັບກຸມຄົນບຸກຄົນທີ່ເຮັດວຽກບໍ່ຖືກຕ້ອງມີ ສັນຊາດລາວ 53 ຄົນ, ຫວຽດນາມ 4 ຄົນ ແລະ ມີນາຍຈ້າງທີ່ຮັບແຮງງານຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກໄດ້ 1 ຄົນ ລວມທັງໝົດ 58 ຄົນ.

- Visit Laos Visit SALANA BOUTIQUE HOTEL - ຕໍາຫລວດໄທບຸກຄົ້ນຮ້ານຄາຣາໂອເກະ ແລະ ບາໂຮສ ພົບເປັນຄົນລາວ 53 ຄົນ

ປັດຈຸບັນສະຖານບັນເທີງດັ່ງກ່າວເປັນຮູບແບບຄາຣາໂອເກະ ເຊິ່ງຫລາຍແຫ່ງເລີ່ມປ່ຽນເປັນບາໂຮສ, ມີບໍລິການຊາຍໄວ້ຖ້າເອນເຕີເທນ, ສ່ວນຮ້ານຄາຣາໂອເກະ ກໍຈະມີບໍລິການຍິງໄວ້ບໍລິການ ແລະ ສ່ວນໃຫຍ່ຈະເປັນການຈ້າງແຮງງານຕ່າງດ້າວມາໄວ້ບໍລິການ.

- 4 - ຕໍາຫລວດໄທບຸກຄົ້ນຮ້ານຄາຣາໂອເກະ ແລະ ບາໂຮສ ພົບເປັນຄົນລາວ 53 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!