ພຶດຕິກຳທີ່ທ່ານບໍ່ຄວນເຮັດໃນຍາມໜາວ
– ການກິນອາຫານເທື່ອລະຫລາຍໆ : ການກິນອາຫານຫລາຍເກີນກ່ວາທີ່ຮ່າງກາຍຕ້ອງການ ຈະເຮັດໃຫ້ກະເພາະອາຫານເຮັດວຽກໜັກ ເລືອດຈະມາລ້ຽງຢູ່ກະເພາະອາຫານຫລາຍກ່ວາອະໄວຍະວະພາກສ່ວນອື່ນ ເຮັດໃຫ້ຍິ່ງເກີດຄວາມໜາວເຢັນ ສັງເກດໄດ້ວ່າເມື່ອກິນອາຫານອີ່ມໆຈະຮູ້ສຶກເຢັນໆໂດຍທີ່ອາກາດບໍລິເວນນັ້ນຍັງປົກກະຕິຄືເກົ່າ.
– ການດື່ມເຄື່ອງດື່ມອານກໍຮໍ : ຫລາຍຄົນເຊື່ອວ່າເມື່ອອາກາດໜາວຄວນດື່ມເຄື່ອງດື່ມອານກໍຮໍເພື່ອຊ່ວຍໃຫ້ອົບອຸ່ນຂຶ້ນ, ແຕ່ໃນຄວາມຈິງແລ້ວເມື່ອດື່ມເຄື່ອງດື່ມອານກໍຮໍ ລິດຂອງອານກໍຮໍຈະເຮັດໃຫ້ຫລອດເລືອດຝອຍທີ່ຢູ່ໃຕ້ຜິວໜັງຂະຫຍາຍໂຕ ເຮັດໃຫ້ເກີດຄວາມຮູ້ສຶກຮ້ອນຂຶ້ນ, ແຕ່ຮ່າງກາຍຈະຍິ່ງໄລ່ຄວາມຮ້ອນອອກນອກຮ່າງກາຍ ເຮັດໃຫ້ອຸນຫະພູມໃນຮ່າງກາຍຫລຸດຕໍ່າລົງ ຈະຍິ່ງໜາວຫລາຍຂຶ້ນໃນພາຍຫລັງ.
ການດື່ມເຄື່ອງດື່ມອານກໍຮໍເປັນປະຈຳຍັງສ່ຽງຕໍ່ພະຍາດຄວາມດັນເລືອດສູງ, ພະຍາດຫົວໃຈ, ຫລອດເລືອດ ແລະ ເບົາຫວານ.
ອາຫານເປັນໂຕຊ່ວຍຢ່າງໜຶ່ງທີ່ເຮັດໃຫ້ເຮົາຮູ້ສຶກອົບອຸ່ນຂຶ້ນໃນຍາມອາກາດໜາວ ການກິນທີ່ຖືກຕ້ອງຈຶ່ງຊ່ວຍໃຫ້ຮ່າງກາຍແຂງແຮງ, ປ້ອງກັນການເກີດພະຍາດໄຂ້ຫວັດ. ນອກຈາກນີ້, ຍັງມີປັດໄຈຂອງເຄື່ອງໜຶ່ງຫົ່ມທີ່ຊ່ວຍຫລຸດຄວາມໜາວເຢັນ ລວມທັງການອອກກຳລັງກາຍໃຫ້ມີກ້າມຊີ້ນຫລາຍກ່ວາໄຂມັນ ຮ່າງກາຍຈຶ່ງທົນຕໍ່ອາກາດໜາວໄດ້ດີກ່ວາ.