ຣອນນີ ໄດ້ແຊ້ມ ຢູເຄ ແຊ້ມປ້ຽນຊິບ ໄປຄອງເປັນສະໄໝທີ 6
ຣອນນີ ໂອຊຸລລິແວນ ເອົາຊະນະ ຊອນ ເມີຣຟີ 10-5 ເຟມ ຄວ້າແຊ້ມການແຂ່ງຂັນສະນຸກເກີ ຢູເຄ ແຊ້ມປ້ຽນຊີບ ໄປຄອງເປັນສະໄໝທີ 6 ໃນຄືນວັນທີ 10 ທັນວານີ້.
ການແຂ່ງຂັນສະນຸກເກີ້ເກັບຄະແນນສະສົມໂລກ ລາຍການໃຫຍ່ ຢູເຄ ແຊ້ມປ້ຽນຊິບ 2017 ຢູ່ປະເທດອັງກິດ ໃນວັນທີ 10 ທັນວາ ເປັນການແຂ່ງຂັນໃນຮອບຊີງຊະນະເລີດ ໃຊ້ລະບົບຊະນະ 10 ໃນ 19 ເຟມ ຣອນນີ ໂອຊຸລລິແວນ ຍອດນັກສະນຸກເກີຊາວອັງກິດ ເຊິ່ງເປັນແຊ້ມໂລກ 5 ສະໄໝ ແລະ ເປັນແຊ້ມລາຍການນີ້ 5 ສະໄໝເຊັ່ນດຽວກັນ ພົບກັບ ຊອນ ເມີຣຟີ ນັກສະນຸກເກີ້ຮ່ວມປະເທດເຈົ້າຂອງແຊ້ມໂລກປີ 2005 ໂດຍໃນເຊສຊັນທຳອິດ 8 ເຟມ ທັງສອງຫລິ້ນກັນໄດ້ຢ່າງສູສີ ແທງເຊນຈູຣີເບຣກໄປຄົນລະເຟມ ກ່ອນຈົບລົງດ້ວຍການສະເໝີກັນ 4-4 ເຟມ.
ເຂົ້າສູ່ເຊສຊັນທີ 2 ທັງສອງເກັບໄປຄົນລະເຟມເຮັດໃຫ້ສະເໝີກັນ 5-5 ເຟມ ກ່ອນທີ່ ຣອນນີ ຈະລະເບີດຟອມເຮັດໄດ້ອີກ 2 ເຊນຈູຣີເບຣກ ພ້ອມກວາດ 5 ເຟມລວດ ເອົາຊະນະໄປ 10-5 ເຟມ ຄວ້າແຊ້ມພ້ອມເງິນລາງວັນ 170.000 ປອນ ໄປຄອງ ໂດຍຖືເປັນການຄວ້າແຊ້ມລາຍການນີ້ເປັນສະໄໝທີ 6 ຂອງ ຣອນນີ ເຊິ່ງຖືເປັນສະຖິຕິໄດ້ແຊ້ມສູງສຸດທຽບເທົ່າສະຖິຕິເກົ່າຂອງ ສະຕີຟ ເດວິສ ອະດີດແຊ້ມໂລກ 6 ສະໄໝຊາວອັງກິດ. ນອກຈາກນີ້ ຍັງເປັນແຊ້ມລາຍການສະສົມຄະແນນໂລກເປັນລາຍການທີ 31 ເຊິ່ງສູງສຸດເປັນອັນດັບ 2 ຮອງຈາກ ສະຕີເຟນ ເຮນດຣີ ເຈົ້າຂອງແຊ້ມໂລກ 7 ສະໄໝຊາວສະກອດແລນ ທີ່ຄວ້າແຊ້ມໄປ 36 ລາຍການ.