ຈອມສັງຫານເບີ 1 ຂອງໂລກຄົນໃໝ່ ! ເມສຊີ ຍິງປະຕູໄດ້ຫລາຍທີ່ສຸດກັບສະໂມສອນດຽວ

ລິໂອເນລ ເມສຊີ ກອງໜ້າຊາວອາເຈນຕິນາຂອງ ບາເຊໂລນາ ສ້າງສະຖິຕິຍິງປະຕູໄດ້ຫລາຍທີ່ສຸດໃນປັດຈຸບັນ ທຽບເທົ່າກັບ ແກດ ມຸລເລີ ຕຳນານນັກເຕະທີມຊາດເຢຍລະມັນ ທັງເປັນອະດີດກອງໜ້າຂອງ ບາເຢິນ ເມື່ອປີ 1979 ດ້ວຍຈຳນວນ 525 ປະຕູ ຈາກການລົງຫລິ້ນໃຫ້ກັບສະໂມສອນດຽວໃນທຸກລາຍການ ຫລັງຍິງເພີ່ມໄດ້ 1 ປະຕູຊ່ວຍໃຫ້ທີມບຸກເອົາຊະນະ ບີຢາຣີລ 2-0 ໃນວັນທີ 10 ທັນວາ.
ສຳລັບ ມຸລເລີ ເປັນໜຶ່ງໃນກອງໜ້າທີ່ເກັ່ງທີ່ສຸດໃນໂລກ ລວມທັງເປັນຈອມສັງຫານປະຕູໃນເຂດໂທດທີ່ດີທີ່ສຸດ ຈາກການລົງຫລິ້ນ 572 ນັດໃຫ້ກັບ ບາເຢິນ ມິວນິກ ຍິງໄດ້ເຖິງ 525 ປະຕູ ລວມທັງຍັງເຄີຍເປັນດາວຍິງສູງສຸດດ້ວຍການຍິງໄປ 67 ປະຕູຈາກ 49 ນັດທີ່ສະໜາມ ໃນລະດູການ 1972-1973, ກ່ອນທີ່ຫລ້າສຸດ ເມສຊີ ຈະເປັນນັກເຕະຄົນປັດຈຸບັນທີ່ຢຶດສະຖິຕິດັ່ງກ່າວໄດ້.