ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

- 489000568 1065524488946075 5123302947561934313 n - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
- kitchen vibe - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

ໜັງສືພິມກອງທັບ ລາຍງານວ່າ: ວັນທີ 6 ເມສາ 2025 ນີ້, ຄະນະປະຕິບັດງານດ້ານມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ກອງທັບປະຊາຊົນລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປິ່ນປົວພະຍາດ ໃຫ້ອົງການປົກຄອງເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ເພື່ອນຳໃຊ້ເຂົ້າໃນການປິ່ນປົວ ແລະ ຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພຈາກເຫດການແຜ່ນດິນໄຫວ, ຕາງໜ້າກ່າວມອບໂດຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ກ່າວຮັບໂດຍ ທ່ານ ກອງມ່ຽນນາຍ ເຈົ້າເມືອງ ເມືອງເຈົາແຊ, ມີຄະນະຮັບຜິດຊອບການຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາໄພພິບັດ ທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

- 488926219 1065524598946064 7528502970808179173 n 1024x683 - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

ເຄື່ອງທີ່ນຳມາມອບ ປະກອບມີ: ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ 30 ລາຍການ ລວມມູນຄ່າ 252,000,000 ກີບ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນຮັບໃຊ້ເຮືອນຄົວ ສູນພັກຊົວຄາວ ລວມມູນຄ່າທັງໝົດ 533,200,000 ກີບ.

- Visit Laos Visit SALANA BOUTIQUE HOTEL - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
- Visit Laos Visit SALANA BOUTIQUE HOTEL - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
- 488934114 1065524678946056 3073008225655731133 n 1024x683 - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

ທ່ານເຈົ້າເມືອງ ໄດ້ຕາງໜ້າໃຫ້ປະຊາຊົນ ເມືອງເຈົາແຊ ສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ການນຳຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ແບ່ງເບົາຄວາມຫຍຸ້ງຍາກຊ່ວຍອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວເມືອງເຈົາແຊ ໂດຍຜ່ານຄະນະຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ. ທ່ານໄດ້ກ່າວຕື່ມວ່າ ຈະນຳເອົາອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ໄປນຳໃຊ້ເຂົ້າໃນການປິ່ນປົວຜູ້ບາດເຈັບ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ທີ່ພວມນອນຢູ່ໂຮງໝໍ ແລະ ຈະນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປແຈກຢາຍໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

ທີ່ມາ: ໜັງສືພິມກອງທັບ

- 4 - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
- 3 - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
- 5 - ມອບເຄື່ອງຊ່ວຍເຫລືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ