ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າຈີນ ເພີ່ມອີກ 50%

- 2025 04 06T163228Z 592921169 RC2FSDA63CLZ RTRMADP 3 USA TRUMP TARIFFS 1024x683 1 - ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າຈີນ ເພີ່ມອີກ 50%
- kitchen vibe - ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າຈີນ ເພີ່ມອີກ 50%

ສຳນັກຂ່າວ ວໍຊິງຕັນ ອາເມລິກາ ລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າ ຈາກ ສປ ຈີນເພີ່ມຂຶ້ນອີກເປັນ 50% ຈະມີຜົນບັງຄັບໃຊ້ແຕ່ວັນທີ 9 ເມສາ 2025 ຖ້າຫາກລັດຖະບານ ສປ ຈີນ ບໍ່ຍົກເລີກມາດຕະການຕອບໂຕ້ສິນຄ້າຂອງ ສ.ອາເມລິກາ ໃນອັດຕາເກັບພາສີ 34%ໃນວັນທີ 8 ເມສານີ້.

ຖ້າຫາກອັດຕາພາສີຂອງ ສ.ອາເມລິກາມີຜົນເປັນຈິງເທົ່າກັບວ່າ ສປ ຈີນ ຈະຜະເຊີນກັບອັດຕາພາສີສູງເຖິງ 104% ເນື່ອງຈາກສົງຄາມພາສີ ລະຫວ່າງ ສ.ອາເມລິກາ ແລະ ສປ ຈີນ ເກີດຂຶ້ນມາແຕ່ລັດຖະບານໂດນັນ ທຣຳ ສະໄໝທຳອິດ ແລະ ລັດຖະບານໃນຍຸກປະທານາທິບໍລິ ໂຈ ໄບເດັນ ກໍ່ປະຕິບັດ ມາຈົນຮອດປັດຈຸບັນ.

ເຖິງຢ່າງໃດກໍຕາມກະຊວງການຄ້າຈີນປະກາດວ່າ: ນັບແຕ່ ວັນທີ 10 ເມສາ 2025 ສິນຄ້າທຸກປະເພດຊຶ່ງມີຕົ້ນທາງມາຈາກ ສ.ອາເມລິກາ ຕ້ອງຈ່າຍພາສີໃນອັດຕາເພີ່ມຂຶ້ນອີກ 34% ແລະ ເພີ່ມຄວາມເຂັ້ມງວດກັບການສົ່ງອອກແຮທາດຫາຍາກ 7 ຊະນິດລວມທັງແຮ່ທາດ ແກໂດລີນຽມ ແລະ ອິດທຽມເປັນຕົ້ນ.

- 3 - ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າຈີນ ເພີ່ມອີກ 50%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!